ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື

(VOVWORLD) -ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟານວັນຢາງ ໄດ້ດຳເນີນການພົບປະ 2 ຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດ ອິນໂດເນເຊຍ, ອິນເດຍ, ສ.ເກົາຫຼີ ແລະ ອາເມລິກາ.
ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື - ảnh 1(ທ່ານລັດຖະມົນຕີ ຟານວັນຢາງ ພົບປະກັບ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin)

        ວັນທີ 22 ພະຈິກ, ຢູ່ ພະນົມເປັນ, ປະເທດ ກຳປູເຈຍ, ພາຍຫຼັງສິ້ນສຸດກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ (ADMM), ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟານວັນຢາງ ໄດ້ດຳເນີນການພົບປະ 2 ຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດ ອິນໂດເນເຊຍ, ອິນເດຍ, ສ.ເກົາຫຼີ ແລະ ອາເມລິກາ.

        ທີ່ການພົບປະ 2 ຝ່າຍກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນໂດເນເຊຍ Prabowo Subianto, 2 ຝ່າຍເຫັນດີເສີມຂະຫຍາຍກົນໄກເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ; ເພີ່ມທະວີການຮ່ວມມືລະຫວ່າງກຳລັງກອງທັບເຮືອ, ກອງທັບອາກາດ; ສົ່ງເສີມການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ; ສືບຕໍ່ກວດກາ, ສ້າງກອບການຮ່ວມມືໃຫ້ສົມບູນແບບ…

        ທີ່ການພົບປະກັບ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin, ທ່ານລັດຖະມົນຕີ ຟານວັນຢາງ ສະເໜີວ່າ ໃນໄລຍະຈະມາເຖິງ 2 ຝ່າຍຄວນສືບຕໍ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືຕາມເອກະສານຕົກລົງທີ່ໄດ້ລົງນາມແລ້ວ. ຕາມນັ້ນແມ່ນສືບຕໍ່ໃຫ້ບຸລິມະສິດສຸມໃສ່ການເພີ່ມທະວີແຫຼ່ງກຳລັງໜູນຊ່ວຍ ຫວຽດນາມ ໃນຂົງເຂດແກ້ໄຂ, ຟື້ນຟູຜົນຮ້າຍຢ້ອນຫຼັງຈາກສົງຄາມ; ເພີ່ມທະວີການຮ່ວມມືກ່ຽວກັບການຮັກສາສັນຕິພາບ, ເສນາຮັກ ແລະ ຂົງເຂດຮ່ວມມືທີ່ມີຢູ່ແລ້ວລະຫວ່າງ 2 ປະເທດ.

        ທີ່ການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Lee Jong sup, ທ່ານລັດຖະມົນຕີ ຟານວັນຢາງ ສະເໜີໃຫ້ທ່ານລັດຖະມົນຕີ Lee Jong sup ເອົາໃຈໃສ່ຊຸກຍູ້ການຮ່ວມມືໃນການແກ້ໄຂຜົນຮ້າຍຢ້ອນຈາກຫຼັງສົງຄາມ, ໃນນັ້ນມີ “ໂຄງການເກັບກູ້ ແລະ ທຳລາຍລະເບີດ ເພື່ອບ້ານແຫ່ງສັນຕິພາບ ຫວຽດນາມ - ສ.ເກົາຫຼີ” ໄລຍະ 2022 – 2026.

          ນອກນັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟານວັນຢາງ ກໍ່ດຳເນີນການພົບປະ 2 ຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ; ເຂົ້າຮ່ວມການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ກັບກະຊວງປ້ອງກັນປະເທດ ອາເມລິກາ ແລະ ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ກັບ ອິນເດຍ

ຕອບກັບ

ຂ່າວ/ບົດ​ອື່ນ