ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ກູບາ

(VOVWORLD) -ຕອນເຊົ້າວັນທີ 26 ພະຈິກ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະ ເຈລະຈາກັບພົນໂທ Leopoldo Cintra Frias, ລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດປະຕິວັດກູບາ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນລະຫວ່າງວັນທີ 24 – 28 ພະຈິກ.
ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ກູບາ - ảnh 1(ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບ ພົນໂທ Leopoldo Cintra Frias, ລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດກູບາ)

ທີ່ການເຈລະຈາ, 2 ຝ່າຍໄດ້ແລກປ່ຽນບັນດາບັນຫາສາກົນ, ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ເປັນເອກະພາບທິດທາງຮ່ວມມືດ້ານປ້ອງກັນປະເທດຫວຽດນາມ - ກູບາ ໃນໄລຍະຈະມາເຖິງ. ການຢ້ຽມຢາມຄັ້ງນີ້ຂອງຄະນະຜູ້ແທນກູບາ ໄດ້ປະກອບສ່ວນຊຸກຍູ້ການຮ່ວມມືດ້ານປ້ອງກັນປະເທດຫວຽດນາມ - ກູບາ ໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນກວ່າ.

        ໃນຂອບເຂດການຢ້ຽມຢາມ, ຕອນບ່າຍວັນທີ 26 ພະຈິກ, ທ່ານລັດຖະມົນຕີ Leopoldo Cintra Frias ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ; ຢ້ຽມຢາມບາງກົມກອງສັງກັດກະຊວງຕຳຫຼວດ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ.

ຕອບກັບ

ຂ່າວ/ບົດ​ອື່ນ