ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ຫວຽດ​ນາມ - ແບນ​ຊິກ

(VOVWORLD) -ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ຮຽກຮ້ອງໃຫ້ວິສາຫະກິດ ຢູ່ ແບນຊິກ ເພີ່ມທະວີການຄົ້ນຄ້ວາ, ຊອກຫາ ແລະ ມາລົງທຶນຢູ່ ຫວຽດນາມ, ໝູນໃຊ້ທ່າແຮງຂອງເຂດ Flanders ແລະ ທ່າໄດ້ປຽບຂອງສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ໃຫ້ໄດ້ຫຼາຍທີ່ສຸດ ເພື່ອປະກອບສ່ວນເພີ່ມທະວີການພົວພັນດ້ານເສດຖະກິດ - ການຄ້າ ລະຫວ່າງ ຫວຽດນາມ - ແບນຊິກ ໃນໄລຍະຈະມາເຖິງ ແລະ ປະກອບສ່ວນເຂົ້າໃນວິວັດການຟື້ນຟູແບບຍືນຍົງຂອງແຕ່ລະຝ່າຍ.
ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ຫວຽດ​ນາມ - ແບນ​ຊິກ - ảnh 1ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວຫວຽດນາມ ປະຈຳ ແບນຊິກທີ່ການເຮັດວຽກ (ພາບ: Vietnam+)

ວັນທີ 23 ກຸມພາ, ຄະນະປະຕິບັດງານຂອງສະຖານທູດ ຫວຽດນາມ ປະຈຳ ແບນຊິກ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ນຳໜ້າໄດ້ເຮັດວຽກກັບຫ້ອງການການຄ້າເຂດຕາເວັນຕົກ Flanders ເພື່ອແນໃສ່ປຶກສາຫາລືກ່ຽວກັບທິດທາງຊຸກຍູ້ການພົວພັນທາງການຄ້າ, ການລົງທຶນ ລະຫວ່າງ ຫວຽດນາມ ແລະ ແບນຊິກ ໃນໄລຍະຈະມາເຖິງ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ໃຫ້ຮູ້ວ່າ ຫວຽດນາມ ມີແຜນການເປີດປະຕູຕ້ອນຮັບແຂກທ່ອງທ່ຽວສາກົນ ນັບແຕ່ວັນທີ 15 ມີນາຈະມາເຖິງນີ້, ພ້ອມທັງປະກາດກ່ຽວກັບບັນດາບູລິມະສິດຍຸດທະສາດຂອງ ຫວຽດນາມ ໃນໄລຍະຈະມາເຖິງ ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍທີ່ໄດ້ໃຫ້ຄຳໝັ້ນສັນຍາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ກໍ່ຄືເປົ້າໝາຍຫັນພື້ນຖານເສດຖະກິດເປັນສີຂຽວ. ຜ່ານນັ້ນ, ທ່ານເອກອັກຄະລັດຖະທູດກໍ່ຍົກອອກບັນດາຂົງເຂດຫວຽດນາມ ໃຫ້ບຸລິມະສິດດຶງດູດການລົງທຶນຈາກຕ່າງປະເທດຄືພະລັງງານແບບຍືນຍົງ, ເສດຖະກິດຂຽວ, ເສດຖະກິດໝູນວຽນ...

ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ຮຽກຮ້ອງໃຫ້ວິສາຫະກິດ ຢູ່ ແບນຊິກ ເພີ່ມທະວີການຄົ້ນຄ້ວາ, ຊອກຫາ ແລະ ມາລົງທຶນຢູ່ ຫວຽດນາມ, ໝູນໃຊ້ທ່າແຮງຂອງເຂດ Flanders ແລະ ທ່າໄດ້ປຽບຂອງສັນຍາການຄ້າເສລີ ຫວຽດນາມ - EU (EVFTA) ໃຫ້ໄດ້ຫຼາຍທີ່ສຸດ ເພື່ອປະກອບສ່ວນເພີ່ມທະວີການພົວພັນດ້ານເສດຖະກິດ - ການຄ້າ ລະຫວ່າງ ຫວຽດນາມ - ແບນຊິກ ໃນໄລຍະຈະມາເຖິງ ແລະ ປະກອບສ່ວນເຂົ້າໃນວິວັດການຟື້ນຟູແບບຍືນຍົງຂອງແຕ່ລະຝ່າຍ.

ສ່ວນທ່ານ Lieven Danneels ປະທານຫ້ອງການການຄ້າ ທາງທິດຕາເວັນຕົກ ເຂດFlander ກໍ່ສະແດງຄວາມປາດຖະໜາຢາກສົມທົບກັບສະຖານທູດ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການພົວພັນດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ເຂດ Flander ໃນໄລຍະຈະມາເຖິງ.

ບັນດາຜູ້ແທນເຂົ້າຮ່ວມກໍ່ສະແດງຄວາມສົນໃຈຕໍ່ການມາລົງທຶນຢູ່ ຫວຽດນາມ ໃນຂົງເຂດເຕັກໂນໂລຢີ, ກະສິກຳ ແລະ ການແຈກຢາຍຈຳໜ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ