ຊຸກຍູ້ການຮ່ວມມືດ້ານເສດຖະກິດ,ການຄ້າແລະການລົງທຶນລະຫວ່າງຫວຽດນາມແລະກູບາ

ຊຸກຍູ້ການຮ່ວມມືດ້ານເສດຖະກິດ,ການຄ້າແລະການລົງທຶນລະຫວ່າງຫວຽດນາມແລະກູບາ  - ảnh 1
(ພາບປະກອບ)

(vovworld) –​​ ດ້ວຍ​ຄາດໝາຍ​ ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ,ການ​ຄ້າ​ ແລ​ະ ການ​ລົງ​ທຶນ ລະ​ຫວ່າງ ຫວຽດ​ນາມ ແລະ ກູ​ບາ, ກໍ່​ຄື​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ ໃນ​ບົດ​ບັນ​ທຶກ ກອງ​ປະ​ຊຸມ​ຄັ້ງ​ທີ 33 ຄະ​ນະ​ກຳ​ມາ​ທິ​ການ​ປະ​ສົມ ລະ​ຫວ່າງ ລັດ​ຖະ​ບານ ສອງ​ປະ​ເທດ, ຄະ​ນະ​​ຜູ້​ແທນກະ​ຊວງກໍ່​​ສ້າງ​ ຫວຽດ​ນາມ ໂດຍ ທ່ານ ເລກວາງ​ຮຸ່ງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ ນຳ​ໜ້າ​ຄະ​ນະ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວ​ຽກ ຢູ່ ກູ​ບາ ແຕ່​ວັນ​ທີ 2-6/4/2016. ໃນ​ໄລ​ຍະ​ຢູ່​ ກູ​ບາ, ທ່ານ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ ເລກວາງ​ຮຸ່ງ ໄດ້​ມີ​ການ​ເຮັດ​ວຽກ​ກັບ ທ່ານ Rene Mesa Villafana, ລັດ​ຖະ​ມົນ​ຕີ​ວ່າ​ການ ​ກະ​ຊວງກໍ່​ສ້າງ​ກູ​ບາ ແລກ​ປ່ຽນ​ກ່ຽວກັບ ສະ​ພາບ​ການ​ຜັນ​ຂະ​ຫຍາຍ ​​ການປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຮ່ວມ​ມື ລະ​ຫວ່າງ ບັນ​ດາ​ວິ​ສາ​ຫະ​ກິດກໍ່​ສ້າງ​ ສອງ​ຝ່າຍ ໃນ​ໄລ​ຍະ​ຜ່ານ​ມາ ແລະ ຄວາມ​ຕ້ອງ​ການ​ຮ່ວມ​ມື ໃນ​ໄລ​ຍະ​ຈະ​ມາ​ເຖິງ. ໃນ​ໂອ​ກາດນີ້, ສອງ​ຝ່າຍ​ ໄດ້​ເປັນສັກ​ຂີ​ພະ​ຍານ ໃນ​ພິ​ທີ​​ເຊັນ​ສັນ​ຍາ​ຮ່ວມ​ມື ສ້າງ​ຕັ້ງ​ວິ​ສາ​ຫະ​ກິດ​ຮ່ວມ​ທຸ​ລະ​ກິດ ລະ​ຫວ່າງ​ ບໍ​ລິ​ສັດ​ໃຫຍ່ Viglacera ແລະ ກຸ່ມ​ບໍ​ລິ​ສັດບໍ​ລິ​ສັດ GEICON ກູ​ບາ ແລະ ສັນ​ຍາ​​ຮ່ວມ​ມື ​ກ່ຽວ​ກັບ ການ​ສົ່ງ​ອອກ​ນຳ​ເຂົ້າ ​ວັດ​ສະ​ດຸກໍ່​ສ້າງ ລະ​ຫວ່າງ Viglacera ແລະ ບໍ​ລິ​ສັດ IMECO ຂອງ​ກູ​ບາ.

        ຄະ​ນະ​ປະ​ຕິ​ບັດ​ງານ ໄດ້​ມີ​ການ​ເຮັດ​ວ​ຽກກັບ​ ການ​ນຳ​ກະ​ຊວງ​ທ່ອງ​ທ່ຽວ​ກູ​ບາ, ແລກ​ປ່ຽນ​ກ່ຽວ​ກັບ​ ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ຄວາ​ມາ​ຕ້ອງ​ການ​ຮ່ວມ​ມືລົງ​ທຶນກໍ່​ສ້າງໃໝ່ ແລະ ບູ​ລະ​ນະ​ໂຮງ​ແຮມ ຢູ່​ກູ​ບາ, ໃນນັ້ນ​ມີ​ຂໍ້ສະ​ເໜີ ໂຄງ​ການ​ຮ່ວມ​ມື​ລົງ​ທຶນ ລະ​ຫວ່າງ ບໍ​ລິ​ສັດ Hanel (ຫວຽດ​ນາມ)  ແລະ ຄູ່​ຮ່ວມ​ມື Cubanacan (ກູ​ບາ) ແລະ ການ​ຮ່ວມ​ມື​ລົງ​ທຶນ ລະ​ຫວ່າງ ບໍ​ລິ​ສັດໃຫຍ່ Viglacera ແລະ ກຸ່ມ​ບໍ​ລິ​ສັດບໍ​ລິ​ສັດ Gran Caribe.

 

ຂ່າວ/ບົດ​ອື່ນ