ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມແລະບັນດາທ້ອງຖິ່ນຂອງຍີ່ປຸ່ນ

ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມແລະບັນດາທ້ອງຖິ່ນຂອງຍີ່ປຸ່ນ - ảnh 1

(vovworld)-​ໃນ​ລະ​ຫວ່າງ​ວັນ​ທີ 14-15/1, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ໂດຍ​ອຸ​ປະ​ທູດ​ຊົ່ວ​ຄາວ ຫງວຽນ​ເຈື່ອງ​ເຊີນ ນຳ​ຫນ້າ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ແຂວງ Gunma. ໃນ​ການ​ໄປ​ຢ້ຽມ​ຢາມ ແລະ​ ເຮັດ​ວຽກ​ນັ້ນ, ຄະ​ນະ​ໄດ້​ພົບ​ປະ​ກັບ​ຜູ້​ວ່າ​ການ​ແຂວງ, ທ່ານ Osawa Masaaki ແລະ ປະ​ທານ​ສະ​ພາ​ປະ​ຊາ​ຊົນ ແຂວງ Iwai Hitoshi ແລະ ຢ້ຽມ​ຢາມ​ວິ​ສາ​ຫະ​ກິດ​ດີ​ເດັ່ນ​ຈຳ​ນວນ​ຫນຶ່ງ​ຂອງ​ແຂວງ ທີ່​ພວມ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ. ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ເຈື່ອງ​ເຊີນ ໄດ້​ຢືນ​ຢັນ​ວ່າ: ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ​ຂະ​ແຫນງ​ການ, ທ້ອງ​ຖິ່ນຕ່າງໆ ແລະ ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ປາດ​ຖະ​ຫນາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ຍີ່​ປຸ່ນ, ຕີ​ລາ​ຄາ​ສູງ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ແຂວງ Gunma ແລະ ຄຳ​ໝັ້ນ​ສັນ​ຍາ ສະ​ຖານ​ທູດ ຈະ​ຕັ້ງ​ຫນ້າ​ຮ່ວມ​ມື​ພ້ອມ​ກັບ​ອຳ​ນາດ​ການ​ປົກ​ຄອງ ແລະ ວິ​ສາ​ຫະ​ກິດ ແຂວງ Gunma ເພື່​ອ​ຊຸກ​ຍູ້​ບັນ​ດາ​ແນວ​ຄວາມ​ຄິດ​ຮ່ວມ​ມືທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ສ່ວນ​ທ່ານ Osawa ຜູ້​ວ່າ​ການ​ແຂວງ​ດັ່ງ​ກ່າວ ໃຫ້​ຮູ້​ວ່າ: ທ່ານ​ຈະ​ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ອຳ​ນາດ​ການ​ປົກ​ຄອງ ແລະ ວິ​ສາ​ຫະ​ກິດ​ຂອງ​ແຂວງ ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ ແຕ່​ວັນ​ທີ 15-18/2 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ