ຊຸກຍູ້ການຮ່ວມມືດ້ານແຮງງານລະຫວ່າງຫວຽດນາມ - ຕາເວັນອອກກາງ - ອາບຟຣີກາເໜືອ

ຊຸກຍູ້ການຮ່ວມມືດ້ານແຮງງານລະຫວ່າງຫວຽດນາມ - ຕາເວັນອອກກາງ - ອາບຟຣີກາເໜືອ - ảnh 1
ເວທີ​ປາ​ໄສເສດຖະກິດ ​ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຕາ​ເວັນ​ອອກ​ກາງ - ອາບຟຣີກາ​ເໜືອ
(ພາບ: chinhphu.vn)


(vovworld) - ​ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ແຮງ​ງານ​ລະຫວ່າງ​ຫວຽດນາມ - ຕາ​ເວັນ​ອອກ​ກາງ - ອາບຟຣີກາ​ເໜືອ ​ແມ່ນ​ເນື້ອ​ໃນ​ຂອງ​ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ແຮງ​ງານ​ໃນ​ຂອບ​ເຂດເວທີ​ປາ​ໄສເສດຖະກິດ ​ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຕາ​ເວັນ​ອອກ​ກາງ - ອາບຟຣີກາ​ເໜືອ, ເຊິ່ງຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 05 ພະຈິກ, ຢູ່​ຮ່າ​ໂນ້ຍ. ຫວຽດນາມ ມີຄົນ​ງານ​ປະມານ 30.000 ຄົນ ທີ່​ພວມ​ເຮ​ັດວຽກຢູ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ຕາ​ເວັນ​ອອກ​ກາງ - ອາບຟຣີກາ​ເໜືອ. ​ໃນ​ຕະຫຼອດ​ກວ່າ 30 ປີຜ່ານມາ, ຜູ້​ຊ່ຽວຊານ​​ ​ແລະ ຄົນ​ງານ​ຫວຽດນາມ ນັບ​ໝື່ນ​ເທື່ອ​ຄົນ ​ໄດ້​ປະກອບ​ສ່ວນດ້ານຄວາມ​ຮູ້ ​ແລະ ກຳລັງ​ແຮງ​ງານຂອງ​ຕົນ​ເຂົ້າ​ໃນ​ວິວັດ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ຂອງ​ຫຼາຍ​ປະ​ເທດຕາ​ເວັນ​ອອກ​ກາງ - ອາບຟຣີກາ​ເໜືອ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມຫວຽດນາມ ຫງວຽນ​ແທງ​ຮ່ວາ ​ໃຫ້​ຮູ້​ວ່າ.

        “ມີ​ຫຼາຍ​ປະ​ເທດຕາ​ເວັນ​ອອກ​ກາງ - ອາບຟຣີກາ​ເໜືອ ທີ່​ມີ​ກຳລັງ​ສາມາດດ້ານ​ເສດຖະກິດ ​ແລະ ພວມ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄ່ືອນ, ​ໃນ​ນັ້ນ​ມີ​ບັນດາ​ປະ​ເທດ​ພວມ​ຍູ້​ແຮງ​ການ​ລົງທຶນ, ​ເປີດ​ກວ້າງ​ພື້ນ​ຖານ​ໂຄງ​ລ່າງ​ຄື ອາຣາບີ​ຊາອຸ​ດິ, ສະຫະລັດ​ອາ​ຫຼັບ​ເອມີ​ເລດ​, ກວາ​ຕາ... ສະ​ນັ້ນ, ບັນດາ​ປະ​ເທດ​ລ້ວນ​ແຕ່​ມີ​ຄວາມ​ຕ້ອງການ​ຮັບ​ຄົນ​ງານ​ຕ່າງປະ​ເທດ​ດ້ວຍ​ຈຳນວນ​ຫຼວງ​ຫຼາຍ ​ແລະ ວິຊາ​ຊີບ​ຕ່າງໆ... ຕະຫຼາດ​ແຮງ​ງານ​ຢູ່ຕາ​ເວັນ​ອອກ​ກາງ - ອາບຟຣີກາ​ເໜືອ ມີ​ລັກສະນະ​ເປີດ, ​ເໝາະ​ສົມ​ກັບ​ລະດັບ​ຄວາມ​ຮູ້ ​ແລະ ​ເງື່ອນ​ໄຂ​ຂອງ​ຄົນ​ງານ​ຫວຽດນາມ”.

        ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ ປະຈຳອາຣາບີ​ຊາອຸ​ດິ ​ເຈີ​ນຫງວຽນ​ຕວຽນ ຖື​ວ່າ, ​ເພື່ອ​ພັດທະນາ​ຕະຫຼາດ​ແຮງ​ງານ​ຫວຽດນາມ​ຢູ່ຕາ​ເວັນ​ອອກ​ກາງ - ອາບຟຣີກາ​ເໜືອ, ລັດຖະບານ​ຫວຽດນາມ​ຕ້ອງ​ມີ​ນະ​ໂຍບາຍ​ໄລຍະ​ຍາວ​ເພື່ອ​ຊຸກ​ຍຸ້ການ​ຮ່ວມ​ມື​ດ້ານ​ແຮງ​ງານ.

        “ຕ້ອງ​ມີການປ່ຽນ​ໃໝ່​ກ່ຽວ​ກັບ​ກົນ​ໄກ​ສົມທົບ​ກັນ​ຄຸ້ມ​ຄອງ​ຄົນ​ງານ​ຢູ່​ຕ່າງປະ​ເທດ ຢູ່​ຕະຫຼາດຕາ​ເວັນ​ອອກ​ກາງ - ອາບຟຣີກາ​ເໜືອ, ​ໃນ​ນັ້ນ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຈຸດ​ດັ່ງ​ນີ້: ບັນດາ​ບໍລິສັດ​ເມື່ອເຊັນສັນຍາ​ກັບ​ຄົນ​ງານ, ​ເຮັດ​ວຽກກັບ​ກະຊວງ, ກົມ​ຄຸ້ມ​ຄອງ ​ແມ່ນຕ້​ອງ​​ແຈ້ງ​ໃຫ້​ສະຖານທູດຮັບຊາບ. ບັນດາ​ປະ​ເທດຕາ​ເວັນ​ອອກ​ກາງ - ອາບຟຣີກາ​ເໜືອ ດ້ວຍ​ຄວາມ​ສາມ​າດບົມຊ້ອນ​ອັນ​ໃຫຍ່​ຫຼວງ​ມາ​ເຮັດ​ວຽກ, ພວກ​ເຮົາ​ຕ້ອງ​ຄິດ​ໄລ່​ເຖິງ​ທິດ ຕ້ອງມີ​ຜູ້ຕາງໜ້າ​ບໍລິສັດ​ປະຈຳ​ຖິ່ນ​ຢູ່​ທີ່​ນີ້.”

ຂ່າວ/ບົດ​ອື່ນ