ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ການ​ຄ້າ, ການ​ລົງ​ທຶນລະ​ຫວ່າງ ອັງ​ກິດ - ຫວ​ຽດ​ນ​າມ

(VOVWORLD) - ທ່ານ Michael Lawrence ຜູ້ອຳນວຍການຝ່າຍບໍລິຫານ Asia House ໃຫ້ຮູ້ວ່າ ປັດຈຸບັນ, ບຸລິມະສິດແຖວໜ້າຂອງ Asia House ແມ່ນຊຸກຍູ້ການເຊື່ອມຕໍ່ການຮ່ວມມືທາງເສດຖະກິດ ກັບ ອາຊີ.
ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ການ​ຄ້າ, ການ​ລົງ​ທຶນລະ​ຫວ່າງ ອັງ​ກິດ - ຫວ​ຽດ​ນ​າມ - ảnh 1ພິທີລົງນາມລະຫວ່າງ ຜູ້ຕາງໜ້າກົມການຕ່າງປະເທດ ແລະ  ຜູ້ຕາງໜ້າ Asia House (ພາບ: Vietnam+)

ວັນທີ 24 ມິຖຸນາ, ຢູ່ນະຄອນຫຼວງ ລອນດອນ, ກົມການຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ແລະ Asia House - ອົງການເອກະລາດປຶກສາໃຫ້ແກ່ບັນດາລັດຖະບານ, ສະຖາບັນສາທາລະນະ ແລະ ບັນດາອົງການເອກະຊົນເພື່ອແນໃສ່ຊຸກຍູ້ການເຊື່ອມຕໍ່ທາງການເມືອງ, ເສດຖະກິດ ແລະ ການຄ້າ ລະຫວ່າງ ເອີລົບ ແລະ ອາຊີ, ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຍູ້ແຮງການພົວພັນລະຫວ່າງບັນດາແຂວງຂອງ ຫວຽດນາມ ກັບບັນດາຄູ່ຮ່ວມມື ອັງກິດ ເພື່ອ ແນໃສ່ຊຸກຍູ້ການຮ່ວມມືທາງການຄ້າ, ການລົງທຶນ ລະຫວ່າງ ສອງປະເທດ ອັງກິດ ແລະ ຫວຽດນາມ.

        ຕາມບົດບັນທຶກແລ້ວ, ສອງຝ່າຍໄດ້ເຫັນດີສົມທົບກັນຈັດຕັ້ງກອງປະຊຸມສຳມະນາ, ເວທີປາໄສສະໜອງຂໍ້ມູນຂ່າວສານເພື່ອ ໜູນຊ່ວຍບັນດາວິສາຫະກິດ ອັງກິດ ແລະ ຫວຽດນາມ ກຳໄດ້ທ່າອ່ຽງການພັດທະນາ, ຄວາມຕ້ອງການໃນການຮ່ວມມືດຳເນີນທຸລະກິດ, ການລົງທຶນຢູ່ສອງປະເທດ ອັງກິດ ແລະ ຫວຽດນາມ. ກ່າວຄຳເຫັນທີ່ພິທີລົງນາມ, ທ່ານ Michael Lawrence ຜູ້ອຳນວຍການຝ່າຍບໍລິຫານ Asia House ໃຫ້ຮູ້ວ່າ ປັດຈຸບັນ, ບຸລິມະສິດແຖວໜ້າຂອງ Asia House ແມ່ນຊຸກຍູ້ການເຊື່ອມຕໍ່ການຮ່ວມມືທາງເສດຖະກິດ ກັບ ອາຊີ. ທ່ານກໍ່ສະແດງຄວາມຫວັງວ່າ ຫວຽດນາມ ດ້ວຍບົດບາດເປັນ ປະທານ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) 2020 ຈະສົມທົບກັບ Asia House ຢ່າງແໜ້ນແຟ້ນ ເພື່ອ ຍູ້ແຮງການຮ່ວມມືລະຫວ່າງ ອັງກິດ ກັບ ບັນດາ ປະເທດ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ