ຊູກຍູ້ການຮ່ວມມືປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ອິນເດຍ

(VOVWORLD) - ໃນການຢ້ຽມຢາມອິນເດຍຢ່າງເປັນທາງການເປັນເວລາ 2 ວັນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ, ສອງຝ່າຍຈະແລກປ່ຽນທັດສະນະກ່ຽວກັບບັນດາບັນຫາພາກພື້ນ ແລະ ທົ່ວໂລກທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ຊູກຍູ້ການຮ່ວມມືປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ອິນເດຍ - ảnh 1ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ 

ຕອນຄ່ຳວັນທີ 17 ມິຖຸນາ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຮອດນະຄອນຫຼວງ ນິວເດີລີ, ຢ້ຽມຢາມ ອິນເດຍ ຢ່າງເປັນທາງການ. ຄາດວ່າ, ທ່ານລັດຖະມົນຕີ ຟານວັນຢາງ ຈະເຂົ້າຮ່ວມພິທີຕ້ອນຮັບ ແລະ ເຈລະຈາກັບທ່ານ Rajnath Singh, ລັດຖະມົນຕີກະຊວງປ້ອງກັນປະເທດ ປະເທດເຈົ້າພາບ ໃນວັນທີ 19 ມິຖຸນາ. ການຢ້ຽມຢາມ ເພື່ອແນໃສ່ຊຸກຍູ້ການຮ່ວມມືປ້ອງກັນຊາດລະຫວ່າງສອງປະເທດ.

          ໃນການຢ້ຽມຢາມອິນເດຍຢ່າງເປັນທາງການເປັນເວລາ 2 ວັນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ, ສອງຝ່າຍຈະແລກປ່ຽນທັດສະນະກ່ຽວກັບບັນດາບັນຫາພາກພື້ນ ແລະ ທົ່ວໂລກທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ກະຊວງປ້ອງກັນປະເທດ ອິນເດຍ ໃຫ້ຮູ້ວ່າ: ອິນເດຍ ແລະ ຫວຽດນາມ ແບ່ງປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ໃນນັ້ນ, ການພົວພັນປ້ອງກັນປະເທດສອງຝ່າຍແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນຄູ່ຮ່ວມມືນີ້. ບັນດາຄຳໝັ້ນສັນຍາດ້ານປ້ອງກັນຊາດລະຫວ່າງສອງປະເທດ ປະກອບສ່ວນຫັນບັນດາການຮ່ວມສຳພັັນໃນຂອບເຂດກ້ວາງຂວາງເປັນຫຼາຍຮູບຫຼາຍແບບ, ສຸມໃສ່ໃນບັນດາຂົງເຂດຄື: ແລກປ່ຽນດ້ານການທະຫານ, ບັນດາການຢ້ຽມຢາມຂັ້ນສູງ, ການຮ່ວມມືບຳລຸງສ້າງ ແລະ ກໍ່ສ້າງກຳລັງຄວາມສາມາດ,ການເຄື່ອນໄຫວທຽບທ່າ ແລະ ບັນດາການຊ້ອມຮົບສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ