ຊຸກຍູ້ການຮ່ວມມືພັດທະນາການທ່ອງທ່ຽວຫວຽດນາມ- ລັດເຊຍ

ຊຸກຍູ້ການຮ່ວມມືພັດທະນາການທ່ອງທ່ຽວຫວຽດນາມ- ລັດເຊຍ - ảnh 1
ແຂກທ່ອງທ່ຽວລັດເຊຍ ຢູ່ ຫວຽດນາມ
(ພາບປະກອບ)

(vovworld) - ວັນ​ທີ 15/4, ກອງ​ປະຊຸມ​ຮ່ວມ​ມື​ພັດທະນາ​ການທ່ອງທ່ຽວ​ ຫວຽດນາມ - ລັດ​ເຊຍ, ຖືກ​ຈັດ​ຕັ້ງ​ຢູ່​ ຮ່າ​ໂນ້ຍ,ໃນ​ຂອບ​ເຂດ​ງານ​ຕະຫຼາດນັດ​ການທ່ອງທ່ຽວ​ສາກົນ (VITM) 2016. ນີ້​ແມ່ນໜຶ່ງ​ໃນ​ບັນດາ​ເຫດການ​ສຳຄັນ​ເພື່ອ​ແນ​ໃສ່​ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ ຫວຽດນາມ - ລັດ​ເຊຍ ກໍ່​ຄື​ຊຸກຍູ້​ການ​ແລກປ່ຽນ​ແຂກ​ທ່ອງ​ທ່ຽວ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ວັນ​ຕ໋ວນ, ຫົວໜ້າ​ກົມ​ທ່ອງ​ທ່ຽວ ຫວຽດນາມ​ຢືນຢັນ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ​ສືບ​ຕໍ່​ເສີມ​ຂະຫຍາຍ, ຍູ້​ແຮງ​ໃນ​ຫຼາຍ​ຂົງ​ເຂດ, ​ໃນ​ນັ້ນ​ມີ​ການທ່ອງທ່ຽວ. ​ໃນ​ໄລຍະ 2011 – 2015, ຈຳນວນ​ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ​ມາ​ທ່ອງ​ທ່ຽວ​ຢູ່​ ຫວຽດນາມ​ໄດ້​ເພີ່ມ​ຂຶ້ນ​ສະ​ເລ​່ຍກວ່າ 35%, ຈາກ 100.000 ​ເທື່ອ​ຄົນ​ຂຶ້ນ​ເຖິງ 339.000 ​ເທື່ອ​ຄົນ. ທີ່​ກອງ​ປະຊຸມ, ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ຫວຽດນາມ - ລັດ​ເຊຍ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ແລກປ່ຽນ​ແຂກ​ທ່ອງ​ທ່ຽວ​ລະຫວ່າງ​ສອງ​ປະ​ເທດ, ໜູນ​ຊ່ວຍ​ກັນ​ໃນ​ການ​ປະຕິບັດ​ບັນດາ​ຄາດໝາຍ ​ແລະ ​ແຜນການ​ພັດທະນາ​ການທ່ອງທ່ຽວ.

 


ຂ່າວ/ບົດ​ອື່ນ