ຊຸກຍູ້ການຮ່ວມມືພັດທະນາເສດຖະກິດທະເລລະຫວ່າງຫວຽດນາມແລະນອກແວ

ຊຸກຍູ້ການຮ່ວມມືພັດທະນາເສດຖະກິດທະເລລະຫວ່າງຫວຽດນາມແລະນອກແວ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​​ກ່ຽວ​ກັບເສດ​ຖະ​ກິດ​ທະ​ເລ
(ພາບ: voh.com.vn)

(vovworld) - ຫວຽດ​ນາມ​ ແລະ ​ນອກ​ແວ ສືບ​ຕໍ່​ຮັກ​ສາ​ ແລະ ເພີ່ມ​ທະ​ວ​ີ​ການ​ພົວ​ພັນ 2 ຝ່າຍ​ລະ​ຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ເສດ​ຖະ​ກິ​ດ​ທະ​ເລ, ເພື່ອ​ຜົນ​ປະ​ໂຫຍດ​ລວມ​ຂອງ​ປະ​ຊາ​ຊົນ​ເຂດ​ແຄມ​ທະ​ເລ. ນີ້​ແມ່ນ​ຂໍ້​ມູນ​ຂ່າວ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​​ກ່ຽວ​ກັບເສດ​ຖະ​ກິດ​ທະ​ເລ, ໂດຍ​ສະ​ຖານ​ທ​ູດ​ນອກ​ແວ​ປະ​ຈຳ​ຫວຽດ​ນາມ ຈັດ​ຕັ້ງ ຢ​ູ່​ນະ​ຄອນ​ໂຮ່​ຈິ​ມິນ ໃນ​ວັນ​ທີ 23/11. ກອ​ງ​ປະ​ຊຸ​ມ​ສຳ​ມະ​ນານີ້​ແມ່ນບາດ​ກ້າວ​ພື້ນ​ຖານ​ເພື່ອ​ໃຫ້ 2 ປະ​ເທດ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ທະ​ເລ, ໃນ​ນັ້ນ​ບັນ​ດາ​ວິ​ສາ​ຫະ​ກິດ​ຈະ​ສວມ​ບົດ​ບາດ​ໃຫຍ່​ຫຼວງ​ໃນ​ການ​ຊຸກຍ​ູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ​ຂອງ 2 ປະ​ເທດ. ໃນ​ຂອບ​ເຂດກອງ​ປະ​ຊຸມ​ສຳ​ມະ​ນາ​ຍັງ​ມີ​ບັນ​​ດາ​​ວາ​ລະ​ປຶກ​ສາ​ຫາ​ລື​ລົງ​ເລິກ​ກ່ຽວ​ກັບ​ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ​ທະ​ເລ ເຊິ່ງ​ທັງ 2 ປະ​ເທດ​ຕ່າງ​ມີ​ທ່າ​ແຮງ​ໃນ​ການ​ຮ່ວມ​ມື​ຄື: ​ພັດ​ທະ​ນາ​ຂະ​ແໜງ​ສິນ​ໃນ​ນ້ຳ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ, ຮັກ​ສາສິ່ງ​ແວ​ດ​ລ້ອມ​ຢ່າງ​ໝັ້ນ​ຄົງ; ເຕັກ​ໂນ​ໂລ​ຊີ​​ນຳ​ໃຊ້​​ທ່າ​ກ່ຳ​ປັນ​ທະ​ເລຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ​ການພັດ​ທະ​ນາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ກ່ຳ​ປັ່ນ​ທະ​ເລ​ຢ່າງ​ໝັ້​ນ​ຄົງ.

ຂ່າວ/ບົດ​ອື່ນ