ຊຸກຍູ້ການຮ່ວມມືພັດທະນາແບບຍືນຍົງໃນພາກພື້ນແມ່ນ້ຳຂອງ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະນຳໜ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດ ຄະນະກຳມາທິການ ແມ່ນ້ຳຂອງສາກົນ ຄັ້ງທີ 3
ຊຸກຍູ້ການຮ່ວມມືພັດທະນາແບບຍືນຍົງໃນພາກພື້ນແມ່ນ້ຳຂອງ - ảnh 1 (ພາບປະກອບ: Vietnam+)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີລາຊະອານາຈັກກຳປູເຈຍ Samdech Techo Hun Sen, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ນຳໜ້າຄະນະຜູ້ແທນຫວຽດນາມເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດ ຄະນະກໍາມາທິການ ແມ່ນ້ຳຂອງສາກົນ ຄັ້ງທີ 3 ໃນລະຫວ່າງວັນທີ 4 – 5 ເມສາ 2018 ຢູ່ຊຽມຣຽບ, ປະເທດກຳປູເຈຍ.

        ໃນສະພາບການຫວຽດນາມພວມຮັບດໍາລົງ ເປັນປະທານຄະນະກຳມາທິການແມ່ນ້ຳຂອງສາກົນ ປີ 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດ ຄະນະກຳມາທິການ ແມ່ນ້ຳຂອງສາກົນ ຄັ້ງທີ 3 ເພື່ອແນໃສ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງຫວຽດນາມ, ເພື່ອຊຸກຍູ້ການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາຄູ່ຮ່ວມມືທັງພາຍໃນ ແລະ ນອກພາກພື້ນ. ເລື່ອງຫວຽດນາມເຂົ້າຮ່ວມ ກອງປະຊຸມສຸດຍອດ ຄະນະກຳມາທິການ ແມ່ນ້ຳຂອງສາກົນ ຄັ້ງທີ 3 ເປັນການຢັນຢືນໃຫ້ເຫັນຄວາມເອົາໃຈໃສ່ ແລະ ຄຳໝັ້ນສັນຍາຂອງຫວຽດນາມຕໍ່ການຮ່ວມມືໃນຂອບເຂດ ຄະນະກຳມາທິການ ແມ່ນ້ຳຂອງສາກົນ ບົນເນື້ອໃນຈິດໃຈຂອງສັນຍາແມ່ນ້ຳຂອງປີ 1995, ອັນໄດ້ປະກອບສ່ວນເພີ່ມທະວີພາລະບົດບາດຂອງຄະນະກຳມາທິການກໍຄືຄວາມສາມັກຄີ, ການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ເພື່ອຜົນປະໂຫຍດລວມ.


ຕອບກັບ

ຂ່າວ/ບົດ​ອື່ນ