ຊຸກຍູ້ການຮ່ວມມືລັດຖະສະພາ ຫວຽດນາມ ແລະ ຝະລັ່ງ

ຊຸກຍູ້ການຮ່ວມມືລັດຖະສະພາ ຫວຽດນາມ ແລະ ຝະລັ່ງ - ảnh 1

ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Huynh Ngoc Son

(ພາບ:tinngan.vn)

(vovworld)- ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ ນຳ​ໂດຍ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Huynh Ngoc Son ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສາທາລະນະ​ລັດຝະລັ່ງ ​ແຕ່​ວັນ​ທີ 23-25/9/2012. ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຝະລັ່ງ ​ເປັນ​ເວລາ 2 ວັນ, ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະເຈລະຈາ​ກັບ​ຮອງ​ປະທານ​ຜູ້​ທີ 1 ສະພາ​ຕ່ຳ​ຝະລັ່ງ, ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ​ເຮັດ​ວຽກ​ກັບ​ກຳມາ​ທິການ​ການ​ຕ່າງປະ​ເທດ, ກຳມາ​ທິການ​ປ້ອງ​ກັນຊາ​ດ ​ແລະ ບັນດາ​ກຳລັງ​ປະກອບ​ອາວຸດ​ສະພາ​ຕ່ຳ-​ກຳມາ​ທິການ​ການ​ຕ່າງປະ​ເທດ, ກຳມາ​ທິການ​ປ້ອງ​ກັນຊາ​ດ ​ແລະ ບັນດາ​ກຳລັງ​ປະກອບ​ອາວຸດສະພາ​ສູງ, ​ໃຫ້ການ​ຕ້ອນຮັບ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ​ຝະລັ່ງ-​ຫວຽດນາມ ຂອງ​ສະພາ​ສູງ​ຝະລັ່ງ.

   ຕອບ​ສຳພາດ​ຕໍ່ນັກ​ຂ່າວ VOV ປະຈຳ​ຝະລັ່ງ, ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ Huynh Ngoc Son ​ໄດ້​ຕີ​ລາ​ຄາສູງ​ບັນດາ​ການ​ເຮັດ​ວຽກ​ກັບ​ຝ່າຍ​ຝະລັ່ງ:

   “ບັນດາ​ການ​ພົບ​ປະ​ເຈລະຈາ ​ໄດ້​ດຳ​ເນີນ​ໄປ​ໃນ​ບັນຍາກາດ​ກົງ​ໄປ​ກົງ​ມາ​ດ້ວຍ​ຈິດ​ໃຈມິດຕະພາບ, ຝ່າຍ​ຝະລັ່ງ​ໄດ້​ຕ້ອນຮັບ ​ແລະ ​ແລກປ່ຽນ​ບັນດາ​ບັນຫາ​ສຳຄັນ, ພ້ອມ​ກັນ​ແລກປ່ຽນ​ບັນດາ​ບັນຫາ​​ເອົາ​ໃຈ​ໃສ່​ຍຸດ​ທະ​ສາດ, ປຶກສາ​ຫາລື​ຊຸກຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ສອງ​ຝ່າຍ. ​ໃນ​ອະນາຄົດ, ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ-​ຝະລັ່ງ ຈະ​ພັດທະນາ​ຢ່າງ​ດີງາມ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໂອກາດ​ສອງ​ປະ​ເທດ​ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ, ປີ​ມິດຕະພາບ​ຝະລັ່ງ ຢູ່​ຫວຽດນາມ  ​ແລະ ປີ​ມິດຕະພາບ​ຫວຽດນາມ ຢູ່​ຝະລັ່ງ

ຂ່າວ/ບົດ​ອື່ນ