ຊຸກຍູ້ການຮ່ວມມືລະ ຫວ່າງກຳລັງຕຳຫຼວດ ຫວຽດນາມ-ລາວ

ຊຸກຍູ້ການຮ່ວມມືລະ ຫວ່າງກຳລັງຕຳຫຼວດ ຫວຽດນາມ-ລາວ - ảnh 1

 (ພາບ: trandaiquang.net )

 (vovworld)- ກະຊວງ​ຕຳຫຼວດ​ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະ​ຫົງ​ບລາວ ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນຂ່າວ, ສະພາບ​ການ​ກ່ຽວຂ້ອງ​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຢູ່ສອງ​ປະ​ເທດ; ສົມທົບ​ກັນ​​ໃນ​ການ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ປະ​ເພດ​ຕ່າງໆ​ຢ່າງ​ມີ​ປະສິດທິ​ຜົນ; ປະກອບສ່ວນ​ເພີ່ມ​ທະວີ​ນ້ຳໃຈ​ສາມັກຄີ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ…​ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ ທ່ານ​ທອງ​ບັນ ​ແສງ​ອາ​ພອນ, ລັດຖະມົນຕີ ກະຊວງ​ປ້ອງ​ກັນ​ຄວາມ​ສະ​ຫົງ​ບລາວ, ທ່ານ​ເຈິ່ນດ້າຍ​ກວາງ, ລັດຖະມົນຕີ ກະຊວງຕຳຫຼວດ​ຫວຽດນາມ ​ເນັ້ນໜັກ​ວ່າ: ຫວຽດນາມ ​ແລະ ລາວ ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ຄວາມ​ສະໜິດ​ຕິດ​ພັນ​ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ​ໃນ​ຊຸມ​ປີຜ່ານມາ, ​ໂດຍ​ໄດ້​ປະຕິບັດ​ແຜນການ​ຮ່ວມ​ມື​ລະຫວ່າງສອງ​ກະຊວງ, ກະຊວງ​ຕຳຫຼວດ​ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະ​ຫົງ​ບລາວ ​ໄດ້​ຍູ້​ແຮງ​ການ​ສົມທົບ​ກັນ​ປະຕິບັດ​ງານ​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ. ທ່ານ​ທອງ​ບັນ ​ແສງ​ອາ​ພອນ ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເວົ້າລວມ, ລະຫວ່າງກະຊວງ​ຕຳຫຼວດ​ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະ​ຫົງ​ບລາວ ​ເວົ້າສະ​ເພາະຈະ​ສືບ​ຕໍ່​ໄດ້​ຮັບ​ການ​ພັດທະນາ, ປະກອບສ່ວນ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ