ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາຟະລິກາ ແລະ ຕາເວັນອອກກາງ

(VOVWORLD) -ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານໄດ້ແລກປ່ຽນ, ແບ່ງປັນບົດຮຽນຮັບມື, ຊອກຫາວິທີແກ້ໄຂຄວາມຫຍຸ້ງຍາກໃນການພົວພັນຮ່ວມມື
ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາຟະລິກາ ແລະ ຕາເວັນອອກກາງ - ảnh 1ຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
(ພາບ: vietnameconomy.vn)

ຕອນບ່າຍວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າ ອາຟະລິກາ ແລະ ຕາເວັນອອກກາງ ສັງກັດສະພາມະຫາບັນດິດວິທະຍາສາດສັງຄົມ ຫວຽດນາມ ໄດ້ສົມທົບກັບບັນດາຄູ່ຮ່ວມມື, ຈັດກອງປະຊຸມສຳມະນາສາກົນ “ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາຟະລິກາ ແລະ ຕາເວັນອອກກາງ ພາຍຫຼັງໂລກລະບາດໂຄວິດ-19”.

        ກອງປະຊຸມສຳມະນາດຳເນີນ 3 ວາລະຕົ້ນຕໍຄື: ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາຟະລິກາ ແລະ ຕາເວັນອອກກາງ ພາຍຫຼັງໂລກລະບາດໂຄວິດ-19; ຜົນກະທົບຂອງໂຄວິດ-19 ສຳລັບສະພາບການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ແລະ ບາງປະເທດ ອາຟະລິກາ ແລະ ຕາເວັນອອກກາງ; ຊຸກຍູ້ການຮ່ວມມືອີງໃສ່ບັນດາທ່າແຮງລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາຟະລິກາ ແລະ ຕາເວັນອອກກາງ ໄລຍະຫຼັງໂຄວິດ-19.

        ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານໄດ້ແລກປ່ຽນ, ແບ່ງປັນບົດຮຽນຮັບມື, ຊອກຫາວິທີແກ້ໄຂຄວາມຫຍຸ້ງຍາກໃນການພົວພັນຮ່ວມມື; ເຈາະຈີ້ມສະເໜີຂໍ້ລິເລີ່ມຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາຟະລິກາ - ຕາເວັນອອກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ