ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ ໃຫ້​ສົມ​ກັບ​ລະ​ດັບ​ການ​ພົວ​ພັນ​ແບບ​ພິ​ເສດ

(VOVWORLD) - ໃນການເດີນທາງຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.
ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ ໃຫ້​ສົມ​ກັບ​ລະ​ດັບ​ການ​ພົວ​ພັນ​ແບບ​ພິ​ເສດ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ

ການນຳສອງທ່ານໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ການຮ່ວມມືສອງຝ່າຍຕາມທິດນັບມື້ນັບຮອບດ້ານ, ແທດຈິງ, ສົມກັບການພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ, ຕັດສິນໃຈປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳສອງພັກ, ສອງລັດ ແລະ ບັນດາຂໍ້ຕົກລົງການຮ່ວມມືທີ່ຫາກໍ່ໄດ້ຮັບການລົງນາມໃນການຢ້ຽມຢາມຄັ້ງນີ້ ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. ຕາມນັ້ນແລ້ວ, ສອງຝ່າຍຈະສຸມໃສ່ຜັນຂະຫຍາຍໝາກຜົນຂອງກອງປະຊຸມຄັ້ງທີ່ 43 ຂອງຄະນະກຳມະການລະຫວ່າງລັດຖະບານ (ເດືອນທັນວາ 2020) ໃຫ້ເປັນຢ່າງດີ, ສືບຕໍ່ເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຍູ້ແຮງການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ການສຶກສາ ແລະ ບຳລຸງສ້າງ, ເສີມຂະຫຍາຍການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ, ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວເພື່ອແນໃສ່ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນລົງນາມສົນທິສັນຍາມິດຕະພາບ ແລະ ຮ່ວມມື ລະຫວ່າງ ຫວຽດນາມ ແລະ ລາວ ໃນປີ 2022 ຢ່າງແທດຈິງ ແລະ ມີປະສິດທິຜົນ.

        ການນຳສອງທ່ານກໍ່ໄດ້ແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງສອງປະເທດຢູ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນອາຊຽນ ແລະ ບັນດາກົນໄກຢູ່ອະນຸພາກພື້ນແມ່ນ້ຳຂອງ, ການຮ່ວມມືລະຫວ່າງສາມປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເປັນປະທານພິທີອຳລາ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ລາວ ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການຢ່າງຈົບງາມ.

    ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ ແລະ ລັດລາວ ແຕ່ວັນທີ 28 ຫາວັນທີ 29 ມິຖຸນາ ປີ 2021, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວນຟຸກ ພ້ອມກັບບັນດາການນຳຂັ້ນສູງຂອງພັກ ແລະ ລັດຫວຽດນາມທີ່ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ ແລະ ລັດລາວຢ່າງສະໜິດສະໜົມ, ເຕັມໄປດ້ວຍຄວມຮັກແພງ, ໄມຕີຈິດມິດຕະພາບ ແລະ ສາມັກຄີໃນຕະຫຼອດໄລຍະຢ້ຽມຢາມຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ