ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ແບນ​ຊິກ ຕາມ​ທິດ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ກ່​ວາ

(VOVWORLD) -ຕອນຄ່ຳວັນທີ 25 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ແບນຊິກ Alexander De Croo.

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ແບນ​ຊິກ ຕາມ​ທິດ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ກ່​ວາ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ແບນຊິກ Alexander De Croo

ທີ່ການໂອ້ລົມທາງໂທລະສັບ, ນາຍົກລັດຖະມົນຕີ ສອງທ່ານໄດ້ຕີລາຄາວ່າ ໃນໄລຍະເກືອບ 50 ປີຜ່ານມາ, ການພົວພັນມິດຕະພາບ ແລະ ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ແບນຊິກ, ໄດ້ພັດທະນາຢ່າງຕັ້ງໜ້າ, ມີຫຼາຍຮູບແບບ ແລະ ແທດຈິງ ດ້ວຍຫຼາຍຂົງເຂດການຮ່ວມມືທີ່ອຸດົມສົມບູນ, ເພີ່ມເຕີມໃຫ້ກັນ ແລະ ເສີມຂະຫຍາຍໄດ້ບັນດາທ່າແຮງຂອງທັງສອງຝ່າຍ, ໃນນັ້ນມີການສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ກ່ຽວກັບກະສິກຳ ໃນປີ 2018.

ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າໃນປັດຈຸບັນຂອງ ແບນຊິກ ຕໍ່ກອງທຶນ Covax ທີ່ປະກອບສ່ວນເຂົ້າໃນການໜູນຊ່ວຍບັນດາປະເທດ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ລັດຖະບານ ແບນຊິກ ຈົ່ງເອົາໃຈໃສ່, ສ້າງເງື່ອນໄຂສະດວກຊ່ວຍໃຫ້ ຫວຽດນາມ ສຳຜັດກັບບັນດາແຫຼ່ງວັກຊິນຫຼາຍ ແລະ ໄວທີ່ສຸດ, ຮ່ວມມືກັນຖ່າຍທອດເຕັກໂນໂລຢີຜະວິດວັກຊິນ, ໜູນຊ່ວຍຢາປິ່ນປົວ, ວັດຖຸອຸປະກອນການແພດ ເພື່ອໃຫ້ ຫວຽດນາມ ຄວບຄຸມໂລກລະບາດໂຄວິດ - 19 ທີ່ພວມມີການຜັນແປຢ່າງສັບສົນຢູ່ບາງແຂວງ, ນະຄອນ ໂດຍໄວ.

ນາຍົກລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບ ຈະສູ້ສົນເພີ່ມການລົງທຶນ, ການຄ້າສອງສົ້ນ, ມຸ່ງໄປເຖິງການຟື້ນຟູແບບຍືນຍົງພາຍຫຼັງໂລກລະບາດໂຄວິດ - 19 ເພື່ອແນໃສ່ນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່ ຕາມທິດແທດຈິງ ແລະ ມີປະສິດທິຜົນກ່ວາອີກ.

ກ່ຽວກັບບັນຫາທະເລຕາເວັນອອກ, ການນຳສອງທ່ານໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີໂດຍອີງໃສ່ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະຕິບັດຖະແຫຼງການຮ່ວມກ່ຽວກັບຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ມຸ່ງໄປເຖິງການບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ