ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ແຟ​ງ​ລັງ ໃນ​ຂົງ​ເຂດ​ແຮງ​ງານ

(VOVWORLD) - ວັນທີ 23 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີ ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ   ຫວຽດນາມ ເລເຕິນຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Keijo Norvanto ເອກອັກຄະລັດຖະທູດ ແຟງລັງ ປະຈຳ ຫວຽດນາມ.
ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ແຟ​ງ​ລັງ ໃນ​ຂົງ​ເຂດ​ແຮງ​ງານ - ảnh 1ທ່ານຮອງລັດຖະມົນຕີ ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ   ຫວຽດນາມ ເລເຕິນຢຸງ ໃຫ້ການຕ້ອນຮັບທ່ານ Keijo Norvanto ເອກອັກຄະລັດຖະທູດ ແຟງລັງ ປະຈຳ ຫວຽດນາມ
(ພາບ: ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ   ຫວຽດນາມ )

ທີ່ການຕ້ອນຮັບ, ທ່ານຮອງລັດຖະມົນຕີ ເລເຕິນຢຸງ ຕີລາຄາວ່າ ການຮ່ວມມືດ້ານແຮງງານລະຫວ່າງ ຫວຽດນາມ ແລະ ແຟງລັງ ໄດ້ຮັບການຕີລາຄາແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືທີ່ມີແງ່ຫວັງໃນໄລຍະຈະມາເຖິງ. ທ້າຍປີ 2023 ມາຮອດປັດຈຸບັນ, ມີແຮງງານ ຫວຽດນາມ ປະມານ 20 ຄົນ ໂດຍຝ່າຍ ແຟງລັງ ໄດ້ຮັບເຂົ້າມາເຮັດວຽກໃນຂະແໜງອາຊບຕ່າງໆຄື: ພະຍາບານ, ຊ່າງຈອດ ແລະ ປ່າໄມ້.

ທ່ານເອກອັກຄະລັດຖະທູດ Keijo Norvanto ໃຫ້ຮູ້ວ່າ ເພື່ອແນໃສ່ແກ້ໄຂສະພາບການຂາດແຮງງານຍ້ອນຈຳນວນ ປະຊາກອນຜູ້ອາຍຸສູງມີຫຼາຍ, ອັດຕາການເກີດລູກຕ່ຳ, ໃນຊຸມປີມໍ່ໆມານີ້, ລັດຖະບານ ແຟງລັງ ໄດ້ເລີ່ມຊອກຫາວິທີການດຶງດູດແຮງງານຈາກຕ່າງປະເທດ. ລະອຽດແມ່ນ, ເພື່ອປະຕິບັດເປົ້າໝາຍດຶງດູດຜູ້ເຂົ້າເມືອງ 50.000 ຄົນ ຕາມຮູບແບບມາເຮັດວຽກຢູ່ ແຟງລັງ ໃນປີ 2030 ແລະ 250.000 ຄົນໃນປີ 2050, ໃນຊຸມປີຜ່ານມາ ລັດຖະບານແຟງລັງ ໄດ້ຜັນຂະຫຍາຍໂຄງການທົດລອງຮັບສະໝັກແຮງງານ ທີ່ມີຊື່ວ່າ “ຊຸກຍູ້ພອນສະຫວັນ” ແຟງລັງ ໄດ້ກຳນົດ ບຣາຊິນ, ອິນເດຍ, ຕວັກກີ ແລະ ຫວຽດນາມ ແມ່ນ 4 ປະເທດບຸລິມະສິດໃນການດຶງດູດຜູ້ອອກແຮງງານມາເຮັດວຽກຢູ່ ແຟງລັງ. ບົນພື້ນຖານນັ້ນ, ທ່ານ Keijo Norvanto ສະເໜີໃຫ້ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຊຸກຍູ້ການຮ່ວມມືໃນຂົງເຂດແຮງງານລະຫວ່າງສອງປະເທດ, ຄົ້ນຄ້ວາ ແລະ ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍແຮງງານ ຫວຽດນາມ ໄປເຮັດວຽກຢູ່ ແຟງລັງໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ