ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ນະ​ຄອນ ເອີ​ຢິບ

(VOVWORLD) -ທ່ານເອກອັກຄະລັດຖະທູດ ເຈິ່ນແທັງກົງ ໄດ້ສະເໜີໃຫ້ການນຳສອງແຂວງບັນດາມາດຕະການເພີ່ມທະວີການຮ່ວມມືແລກປ່ຽນການຄ້າ, ໜູນຊ່ວຍວິສາຫະກິດສອງປະເທດ ແລະ ຈັດຕັ້ງເຫດການແນະນຳກ່ຽວກັບຄວາມສາມາດບົ່ນຊ້ອມການຮ່ວມມືສອງຝ່າຍ, ບັນດາຂົງເຂດທີ່ແມ່ນທ່າແຮງຂອງແຕ່ລະປະເທດ ຄືກະສິກຳ, ສິນໃນນ້ຳ, ອຸປະກອນອຸດສາຫະກຳ, ການປຸງແຕ່ງໄມ້, ອຸປະກອນການແພດ, ຕຳແຜ່ນຕັດຫຍິບ.
ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ນະ​ຄອນ ເອີ​ຢິບ - ảnh 1ແຂວງ ພ້ອມແລ້ວທີ່ຈະຮ່ວມມືທ່າກ່ຳປັ່ນທະເລ ແລະ ນ້ຳມັນອາຍແກັສ ກັບ ຫວຽດນາມ 

ວັນທີ 9 ມິຖຸນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເອີຢິບ ເຈິ່ນແທັງກົງ ແລະ ຄະນະປະຕິບັດງານຂອງສະຖານທູ່ ໄດ້ມີການເຮັດວຽກ ກັບການນຳແຂວງ Demietta ແລະ Porst Said ຂອງ ເອີຢິບ ເພື່ອແນໃສ່ຊຸກຍູ້ບັນດາການເຄື່ອນໄຫວທາງການທູດດ້ານເສດຖະກິດ ແລະ ວັດທະນະທຳ ກໍ່ຄືປະກອບສ່ວນເຂົ້າໃນການເພີ່ມວົງເງິນການຄ້າ ສອງຝ່າຍ ລະຫວ່າງສອງປະເທດ.

ທ່ານເອກອັກຄະລັດຖະທູດ ເຈິ່ນແທັງກົງ ໄດ້ສະເໜີໃຫ້ການນຳສອງແຂວງບັນດາມາດຕະການເພີ່ມທະວີການຮ່ວມມືແລກປ່ຽນການຄ້າ, ໜູນຊ່ວຍວິສາຫະກິດສອງປະເທດ ແລະ ຈັດຕັ້ງເຫດການແນະນຳກ່ຽວກັບຄວາມສາມາດບົ່ນຊ້ອມການຮ່ວມມືສອງຝ່າຍ, ບັນດາຂົງເຂດທີ່ແມ່ນທ່າແຮງຂອງແຕ່ລະປະເທດ ຄືກະສິກຳ, ສິນໃນນ້ຳ, ອຸປະກອນອຸດສາຫະກຳ, ການປຸງແຕ່ງໄມ້, ອຸປະກອນການແພດ, ຕຳແຜ່ນຕັດຫຍິບ. ຫວຽດນາມ ອາດຈະແບ່ງປັນບົດຮຽນປະສົບການ ແລະ ແລກປ່ຽນການຮ່ວມມືໃນຂົງເຂດນີ້ກັບ ເອີຢິບ, ກໍ່ຄືສອງແຂວງແຄມທະເລ Demietta ແລະ Porst Said.

ສ່ວນ, ທ່ານນາງ Manal Awad ຜູ້ວ່າການແຂວງ Demietta ແລະ ທ່ານAdel el-Ghadban ຜູ້ວ່າການແຂວງPorst Said ໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດ ຫວຽດນາມ ມາລົງທຶນເຂົ້າບັນດາຂົງເຂດຜະລິດ. ຜູ້ວ່າການສອງແຂວງດັ່ງກ່າວ ໄດ້ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍການປະຕິບັດບັນດາລະບຽບການ ແລະ ສ້າງເງື່ອນໄຂທີ່ສະດວກໃຫ້ແກ່ສິນຄ້າ ແລະ ກ່ຳປັ່ນຂົນສົ່ງສິນຄ້າ ຂອງ ຫວຽດນາມ ເມື່ອຜ່ານນີ້ ກໍ່ຄືຢູ່ຄອງເໝືອງ Suez, ພ້ອມທັງເຊື່ອໝັ້ນວ່າ ນີ້ແມ່ນບັນດາສັນຍານທີ່ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສອງຝ່າຍ.

ງອກແທັກ, ຕວນຫງວຽນ, ນັກຂ່າວ VOV ປະຈຳ ເອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ