ຊຸກຍູ້ການຮ່ວມມືລະຫວ່າງ ຮ່າໂນ້ຍ ແລະ ບັນດານະຄອນຂອງ ບຣາຊິນ, ອາກຊັງຕີນ, ຈີເລ

(VOVWORLD) -  ທີ່ນະຄອນຫຼວງ Brasilia (ປະເທດ ບຣາຊິນ), ຄະນະໄດ້ມີການເຈລະຈາກັບທ່ານ Renato Santana da Silva, ຮອງຜູ້ວ່າການ Brasilia.

ໂດຍປະຕິບັດລາຍການເຄື່ອນໄຫວພົວພັນຕ່າງປະເທດຂອງນະຄອນປີ 2017, ຄະນະຜູ້ແທນຂັ້ນສູງນະຄອນ ຮ່າໂນ້ຍ ໂດຍທ່ານ ດ໋າວດືກຕ່ວານ, ຮອງເລຂາຄະນະພັກນະຄອນ ນຳໜ້າ ມີການປະຕິບັດງານຢູ່ ບຣາຊິນ, ອາກຊັງຕີນ ແລະ ຈີເລ. ການຢ້ຽມຢາມ ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ, ການພົວພັນແລກປ່ຽນ, ເປີດບັນດາກາລະໂອກາດຮ່ວມມືໃໝ່ລະຫວ່າງ ຮ່າໂນ້ຍ ກັບ ບຣາຊິນ, ອາກຊັງຕີນ ແລະ ຈີເລ.

        ທີ່ນະຄອນຫຼວງ Brasilia (ປະເທດ ບຣາຊິນ), ຄະນະໄດ້ມີການເຈລະຈາກັບທ່ານ Renato Santana da Silva, ຮອງຜູ້ວ່າການ Brasilia. ນະທີ່ນີ້, ທ່ານຮອງເລຂາຄະນະພັກນະຄອນ ຮ່າໂນ້ຍ ດ໋າວດືກຕ່ວານ ໄດ້ແບ່ງປັນຂໍ້ມູນຂ່າວສານ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງນະຄອນ ຮ່າໂນ້ຍ, ໃນນັ້ນມີບັນດາສິ່ງທ້າທາຍຂອງວິວັດການພັດທະນາຂອງຕົວເມືອງຢູ່ໜຶ່ງໃນບັນດານະຄອນຫຼວງໃຫຍ່ສຸດໃນໂລກ.

        ທີ່ນະຄອນຫຼວງ Buenos Aires (ປະເທດ ອາກຊັງຕີນ), ຄະນະໄດ້ໂອ້ລົມສົນທະນາກັບທ່ານນາງ Carmen Polledo, ຮອງຜູ້ວ່າການ ນະຄອນຫຼວງ Buenos Aires. ນະທີ່ນີ້, , ທ່ານຮອງເລຂາຄະນະພັກນະຄອນ ຮ່າໂນ້ຍ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາ ຢາກເພີ່ມທະວີການພົວພັນມິດຕະພາບ ການຮ່ວມມືກັບ ບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ ຢູ່ ອາເມລິກາ ລາຕີນ, ໃນນັ້ນມີ ອາກຊັງຕີນ ເວົ້າລວມ ແລະ Buenos Aires ເວົ້າສະເພາະ.

        ທີ່ນະຄອນຫຼວງ Santiago, ປະເທດ ຈີເລ, ຄະນະມີການເຮັດວຽກກັບການນຳນະຄອນ. ທ່ານນາງ Pablo Alejandro Garzomio, ທີ່ປຶກສາຂັ້ນສູງຂອງຜູ້ວ່າການ, ຫົວໜ້າກົມພົວພັນຕ່າງປະເທດ ແລະ ຮ່ວມມືສາກົນ Santiago ໄດ້ຕ້ອນຮັບ ແລະ ແລກປ່ຽນກັບຄະນະ. ທີ່ການຕ້ອນຮັບ, 2 ຝ່າຍເຫັນດີເປັນເອກະພາບ ຈະເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັບອົງການຜູ້ຕາງໜ້າການທູດຂອງ 2 ປະເທດເພື່ອແນໃສ່ສ້າງເງື່ອນໄຂໃຫ້ວິສາຫະກິດ 2 ປະເທດຊອກຫາກາລະໂອກາດລົງທຶນ ດຳເນີນທຸລະກິດ ຢູ່ ຮ່າໂນ້ຍ ແລະ Santiago.

ຕອບກັບ

ຂ່າວ/ບົດ​ອື່ນ