ຊຸກຍູ້ການຮ່ວມມືລະຫວ່າງກະຊວງຕຳຫລວດຫວຽດນາມກັບບັນດາອົງການປະຕິບັດກົດໝາຍອາເມລິກາ

ຊຸກຍູ້ການຮ່ວມມືລະຫວ່າງກະຊວງຕຳຫລວດຫວຽດນາມກັບບັນດາອົງການປະຕິບັດກົດໝາຍອາເມລິກາ - ảnh 1
ທ່ານ​ພົນ​ໂທ ​ໂຕ​ເລີມ ແລະ ທ່ານ Theodore G.Osius
(ພາບ: cand.com.vn)

(vovworld) – ​​ ຕອນ​ບ່າຍ​ວັນ​ທີ 17/12, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ​ໂຕ​ເລີມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງຕຳຫລວດ ຫວຽດນາມ​ ຕ້ອນຮັບ​ທ່ານ Theodore G.Osius, ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ. ນະ​ທີ່​ນີ້, ທ່ານພົນ​ໂທ ​ໂຕ​ເລີມ ຊີ້​ແຈ້ງວ່າ: ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຕຳຫລວດ ຫວຽດນາມ ກັບ​ບັນດາ​ອົງການ​ປະຕິບັດ​ກົດໝາຍ​ຂອງ ອາ​ເມ​ລິ​ກາ ​ໄດ້​ມີ​ບາດກ້າວ​ພັດທະນາ​ອັນ​ດີງາມ ​ໃນ​ການຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ, ອາດຊະຍາ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງ…​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າ​ການ ​ໂຕ​ເລີມ ປາດ​ຖະໜາ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ເລິກ​ເຊິ່ງກ່ວາ​ອີກ, ​ເພື່ອ​ສັນຕິພາບ, ສະຖຽນລະ​ພາບ, ການ​ຮ່ວມ​ມື ​ແລະ ການພັດທະນາ​ໃນ​ພາກ​ພື້ນ ​ແລະ ​​ໃນໂລກ.

        ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ Theodore G.Osius ຕີ​ລາຄາ​ສູງ​ບັນດາ​ບາດກ້າວ​ພັດທະນາ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ປີ 2015 ​ແລະ ຢືນຢັນ​ວ່າ: ນີ້​ແມ່ນປະຖົມ​ປັດ​ໃຈ​ທີ່ສຳຄັນ ​ເພື່ອ​ໃຫ້ 2 ຝ່າຍ​ປັບປຸງ, ​ເຮັດ​​ໃຫ້​ບັນດາ​ຂົງ​ເຂດ​ຮ່ວມ​ມືທີ່​ມີ​ຢູ່​ແລ້ວຢ່າງເລິກ​ເຊິ່ງກ່ວາ​ອີກ, ​ເປີດ​ກ້ວາງ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ