ຊຸກຍູ້ການຮ່ວມມືລະຫວ່າງນະຄອນ ດານັ້ງ ກັບ 5 ແຂວງຕອນໃຕ້ພາກກາງລາວ

(VOVWORLD) - ທ່ານ ຫງວຽນວັນກວາງ, ເລຂາພັກນະຄອນ ດານັ້ງ ເນັ້ນໜັກວ່າ: ທາງນະຄອນຍາມໃດກໍ່ເອົາໃຈໃສ່ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືກັບບັນດາຄູ່ຮ່ວມມື ແລະ ບັນດາທ້ອງຖິ່ນຂອງ ລາວ
ຊຸກຍູ້ການຮ່ວມມືລະຫວ່າງນະຄອນ ດານັ້ງ ກັບ 5 ແຂວງຕອນໃຕ້ພາກກາງລາວ - ảnh 1
ທ່ານ ຫງວຽນວັນກວາງ, ເລຂາພັກນະຄອນ ດານັ້ງ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງແຂວງ ສະຫວັນນະເຂດ, ສປປ ລາວ

ຕອນບ່າຍວັນທີ 3 ສິງຫາ, ຄະນະຜູ້ແທນຂັ້ນສູງແຂວງ ສະຫວັນນະເຂດ, ສປປ ລາວ, ໂດຍທ່ານ ສັນຕິພາບ ພົມວິຫານ, ເລຂາພັກແຂວງ, ເຈົ້າແຂວງໆ ສະຫວັນນະເຂດ, ເປັນຫົວໜ້າຄະນະ, ຢ້ຽມຢາມ ແລະ ເຮັດວຽກກັບຄະນະປະຈຳຄະນະພັກນະຄອນດານັ້ງ.

        ເມື່ອແລກປ່ຽນກັບຄະນະ, ທ່ານ ຫງວຽນວັນກວາງ, ເລຂາພັກນະຄອນ ດານັ້ງ ເນັ້ນໜັກວ່າ: ທາງນະຄອນຍາມໃດກໍ່ເອົາໃຈໃສ່ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືກັບບັນດາຄູ່ຮ່ວມມື ແລະ ບັນດາທ້ອງຖິ່ນຂອງ ລາວ. ມາຮອດປະຈຸບັນ, ນະຄອນ ດານັ້ງ ໄດ້ລົງນາມຂໍ້ຕົກລົງ ແລະ ບົດບັນທຶກຊ່ວຍຈຳຫຼາຍສະບັບກັບ 7 ທ້ອງຖິ່ນຂອງ ລາວຄື: ນະຄອນຫຼວງ ວຽງຈັນ, ແຂວງ ໄຊຍະບູລີ, ສະຫວັນນະເຂດ, ຈຳປາສັກ, ເຊກອງ, ສາລະວັນ ແລະ ອັດຕະປື. ໄລຍະຈະມາເຖິງ, ນະຄອນ ດານັ້ງ ຈະສືບຕໍ່ຜັນຂະຫຍາຍ 5 ບົດບັນທຶກຊ່ວຍຈຳກ່ຽວກັບການພົວພັນ ແລະ ມິດຕະພາບໄລຍະ 2023 – 2027 ກັບ 5 ແຂວງຕອນໃຕ້ພາກກາງຂອງລາວ (ລວມມີ: ສະຫວັນນະເຂດ, ຈຳປາສັກ, ເຊກອງ, ສາລະວັນ ແລະ ອັດຕະປື), ຮ່ວມມື ແລະ ໜູນຊ່ວຍບັນດາທ້ອງຖິ່ນຂອງລາວ ໃນຂົງເຂດຕ່າງໆ.

        ສະແດງຄວາມຂອບອົກຂອບໃຈຕ່ໍການໜູນຊ່ວຍເປັນປະຈຳຂອງ ດານັ້ງ ຕໍ່ບັນດາແຂວງຕອນໃຕ້ພາກກາງລາວ ເວົ້າລວມ, ແຂວງ ສະຫວັນນະເຂດເວົ້າສະເພາະ, ທ່ານ ສັນຕິພາບ ພົມວິຫານ ຫວັງວ່າ: ໄລຍະຈະມາເຖິງ, ດານັ້ງ ຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍ ຫຼາຍຂົງເຂດຕື່ມອີກ, ພິເສດແມ່ນການບຳລຸງສ້າງພະນັກງານ, ການລົງທຶນກໍ່ສ້າງພື້ນຖານ, ວາງແຜນຜັງສັງລວມກ່ຽວກັບເສດຖະກິດ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ