ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດໃນການຄຸ້ມຄອງ,ຂຸດຄົ້ນ,ພັດທະນາແຫຼ່ງນຳ້ລິນແບບຍືນຍົງ

ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດໃນການຄຸ້ມຄອງ,ຂຸດຄົ້ນ,ພັດທະນາແຫຼ່ງນຳ້ລິນແບບຍືນຍົງ - ảnh 1
ພາບປະກອບ

(vovworld) – ກອງ​ປະຊຸມ​ສຳ​ມະ​ນາ ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ການ​ຄຸ້ມ​ຄອງ, ຂຸດ​ຄົ້ນ, ພັດທະນາ​​ແຫຼ່ງນຳ້​ລິນ​​ແບບ​ຍືນ​ຍົງ​ໂດຍ​ມະຫາວິທະຍາ​ໄລ​ຊັບພະຍາກອນ ​ສິ່ງ​ແວດ​ລ້ອ​ມສົມທົບ​ກັບ​ມະຫາວິທະຍາ​ໄລ Quebec (ປະ​ເທດ ກາ​ນາ​ດາ), ສູນ​ຄົ້ນ​ຄ້ວາ​ແຫຼ່ງນຳ້​ລິນ​ຂຶ້ນ​ກັບ​ມະຫາວິທະຍາ​ໄລ ຂອນ​ແກ່ນ (ປະ​ເທດ ​ໄທ), ມະຫາ​ວິທະຍາ​ໄລ​ເຕັກ​​ໂນ​ໂລ​ຢີ Defl (ປະ​ເທດ ​ໂຮນ​ລັງ), ຄະນະ​ຊີ້​ນການຳ​ປະສານ​ງານ​ບັນດາ​ໂຄງການພູມ​ສາດ​ພາກ​ພື້ນ ຕາ​ເວັນ​ອອກ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້ (CCOP), ຈັດ​ຕັ້ງ​ໃນ​ວັນ​ທີ 5/7 ຢູ່​ຮ່າ​​ໂນ້ຍ ​ເພື່ອ​ແບ່ງປັນ​ກ່ຽວກັບ​ການ​ຄຸ້ມ​ຄອງ ​ແລະ ນຳ້​ໃຊ້​ແຫຼ່ງນຳ້​ລິນ. ບັນ​ດາ​ນັກ​ຊ່ຽວຊານ​ໄດ້​ແລກປ່ຽນ​ບັນດາ​ສິ່ງ​ທ້າ​ທາຍທີ່​ມີ​ຕໍ່​ການ​ນຳ​ໃຊ້ ​ແລະ ຂຸດ​ຄົ້ນ​ນຳ້​ລິນ​ໃນ​ປະຈຸ​ບັນ ຢູ່​ຫຼາຍ​ປະ​ເທດ​ກ່ຽວຂ້ອງ​ເຖິງ​ການ​ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ, ນຳ້​ທະ​ເລ​ຊຶມ​ເຂົ້າ, ຕິດ​ທາດ​ພິດ asen. ຈາກ​ນັ້ນ, ສ້າ​ງ​ແຜນກາ​ນພັດທະນາ​ບັນດາ​​ໂຄງການ​ຄົ້ນຄ​້ວາ ​ແລະ ຮ່ວມ​ມື​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ການ​ພັດທະນາ​ນ​ຳ້​ລິນ​ແບບ​ຍືນ​ຍົງ​ໃນ​ປະຈຸ​ບັນ. ດຣ Adichat Surinkum, ຜູ້ອຳ​ນວຍການ​ຄະນະ CCOP, ຖື​ວ່າ: ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ເພື່ອ​ພັດທະນາ​ນ້​ຳ​ລິນ​ແບບ​ຍືນ​ຍົງ​ໄດ້​ສ້າງ​ກົນ​ໄກ, ນະ​ໂຍບ​າຍຢ່າງ​ແຮງ​ກ່ວາ​ໃນ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດລ້ອມ, ພິ​ເສດ​ແມ່ນ​ບັນຫາ​ນຳ້, ຊຸກຍູ້​ບັນດາ​ໂຄງການ​ຄຸ້ມ​ຄອງ ​ແລະ ຂຸດ​ຄົ້ນ​ນຳ້​ ລິນ, ຊີວະ​ນາໆ​ພັນ ​ແລະ ບັນດາ​ພື້ນຖານ​ໂຄງ​ລ່າງ​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ຄວບ​ຄຸມ​ມົນ​ລະ​ພິດ, ປົກ​ປັກ​ຮັກສາ​ສິ່ງ​​ແວດ​ລ້ອມ.


ຂ່າວ/ບົດ​ອື່ນ