ຊຸກຍູ້ການຮ່ວມມືລະຫວ່າງບັນດາວິສາຫະກິດ ຫວຽດນາມ ແລະ ພາກພື້ນ ເອີລົບເໜືອ

(VOVWORLD) - ຫວຽດນາມ ກຳນົດທິດດຶງດູດການລົງທຶນໂດຍມີການຄັດເລືອກ, ສ້າງການເຊື່ອມຕໍ່, ແຜ່ຂະຫຍາຍລະຫວ່າງເຂດລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ເຂດເສດຖະກິດຢູ່ພາຍໃນປະເທດ.
ຊຸກຍູ້ການຮ່ວມມືລະຫວ່າງບັນດາວິສາຫະກິດ ຫວຽດນາມ ແລະ ພາກພື້ນ ເອີລົບເໜືອ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ
(ພາບ: TTXVN)

        ວັນທີ 12 ມີນາ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມການນຳບັນດາກຸ່ມບໍລິສັດ ເອີລົບເໜືອ ພວມລົງທຶນຢູ່ ຫວຽດນາມ.

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ເນັ້ນໜັກວ່າ, ຫວຽດນາມ ກຳນົດທິດດຶງດູດການລົງທຶນໂດຍມີການຄັດເລືອກ, ສ້າງການເຊື່ອມຕໍ່, ແຜ່ຂະຫຍາຍລະຫວ່າງເຂດລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ເຂດເສດຖະກິດຢູ່ພາຍໃນປະເທດ. ຫວຽດນາມ ໃຫ້ບຸລິມະສິດດຶງດູດບັນດາໂຄງການລົງທຶນຂຶ້ນກັບຂະແໜງ, ຂົງເຂດ, ຄື: ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ນະວັດຕະກຳ, ຜະລິດທາດເຄິ່ງຊັກນຳໄຟຟ້າ, ຜະລັງງານໃໝ່…

        ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ, ບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງພາກພື້ນ ເອີລົບເໜືອ ສືບຕໍ່ໜູນຊ່ວຍ, ຮ່ວມເດີນທາງພ້ອມກັບລັດຖະບານ ແລະ ວິສາຫະກິດ ຫວຽດນາມ; ທ່ານຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດຂອງພາກພື້ນ ເອີລົບເໜືອ ເຂົ້າມາລົງທຶນຢ່າງປະສົບຜົນສຳເລັດ, ຍືນຍົງ, ຍາວນານຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ