ຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ສ ເກົາຫຼີ

(VOVWORLD) - ການຢ້ຽມຢາມ ສ ເກົາຫຼີ ຢ່າງເປັນທາງການຄັ້ງນີ້ ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ສ ເກົາຫຼີ ເລິກເຊິ່ງຂຶ້ນຕື່ມ
ຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ສ ເກົາຫຼີ - ảnh 1 ຄະນະຜູ້ແທນສະພາແຫ່ງຊາດ ໄດ້ໄປຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ນະຄອນຫຼວງ ເຊີອຸນ
(ພາບ: Anh Nguyên/TTXVN)

ໂດຍໄດ້ຮັບຄຳເຊີນຂອງສະພາແຫ່ງຊາດ ສ ເກົາຫຼີ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ ສ ເກົາຫຼີ ຢ່າງເປັນທາງການໃນລະຫວ່າງວັນທີ 18 – 25 ມີນາ.

        ການຢ້ຽມຢາມ ສ ເກົາຫຼີ ຢ່າງເປັນທາງການຄັ້ງນີ້ ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ສ ເກົາຫຼີ ເລິກເຊິ່ງຂຶ້ນຕື່ມ; ຮັກສາການແລກປ່ຽນການນຳຂັ້ນສູງລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ; ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພາແຫ່ງຊາດ ສ ເກົາຫຼີ ໃນຂົງເຂດສອງຝ່າຍ ແລະ ຫຼາຍຝ່າຍ. ໃນນັ້ນ, ຄະນະຜູ້ແທນສະແຫ່ງຊາດ ຫວຽດນາມ ໄດ້ສະຫງວນເວລາແລກປ່ຽນບົດຮຽນກັບ ສ ເກົາຫຼີ ກ່ຽວກັບການສ້າງ, ປັບປຸງກົດໝາຍສຳຄັນບາງສະບັບ.

        ໃນຂົງເຂດການຢ້ຽມຢາມ, ວັນທີ 19 ມີນາ, ຄະນະຜູ້ແທນສະພາແຫ່ງຊາດ ໄດ້ໄປຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ນະຄອນຫຼວງ ເຊີອຸນ ແລະ ພົບປະ, ໂອ້ລົມກັບພະນັກງານອົງການຜູ້ຕາງໜ້າ ຫວຽດນາມ, ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ປະຈຳ ສ ເກົາຫຼີ.

 

ຕອບກັບ

ຂ່າວ/ບົດ​ອື່ນ