ຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມແລະມຽນມາ

ຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມແລະມຽນມາ - ảnh 1
(ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ
ແລະ ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດມຽນ​ມາ Ma Uyn Khai Than)


(vovworld) - ຕອນ​ເຊົ້​າ​ວັນ​ທີ 29/09, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ໄດ້​ເຂົ້າ​ຢ້ຽມ​ຂ​່ຳ​ນັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ທັງ​ເປັນ​ປະ​ທານ​ສະ​ພາ​ສູງ​ທາ​ລະ​ນະ​ລັດ​ມຽນ​ມາ Ma Uyn Khai Than. ຢູ່​ທີ່ນີ້, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ສະ​ເໜີ ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ຊຸກຍ​ູ້​ບັນ​ດາ​ອົງ​ການ​ຂອງ 2 ລັດ​ຖະ​ບານ​ຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ສຳ​ຄັນ, ໃນ​ນັ້ນ​ມີ​ການ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 9 ຄະ​ນະ​ກຳ​ມະ​ການ​ປະ​ສົມກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ​ຫວຽດ​ນາມ - ມຽນ​ມາ ໃນ​ປີ 2016; ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ພາ​ລະ​ໜ້າ​ທີ່​ຂອງ​ສະ​ພາ​ແຫ່ງ​ຊາດ… ສ່ວນ​ທ່ານ​ປະ​ທານ​ສະ​ພາ​ສ​ູງ​ມຽນ​ມາ Ma Uyn Khai Than ປາດ​ຖະ​ໜາ​ຢາກ​ໄດ້​ຮ່ຳ​ຮຽນ​ເອົາ​ບົດ​ຮ​ຽນ​ຂອງ​ຫວຽດ​ນາມ, ພິ​ເສດເລື່ອງ ຫວຽດ​ນ​າມ ຈັດ​ຕ​ັ້ງ​ບັນ​ດາ​ກອງ​ປ​ະ​ຊຸມ AIPA, ກອງ​ປະ​ຊຸມ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົ​ນ ສຳ​ເລັດ​ຜົນ.

        ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 29/09, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ແລະ ຄະ​ນະ​ຜູ້​ແທ​ນ​ຂັ້ນ​ສູງ​​ຂອງ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ​ສະ​ພາ​ຕ່ຳສາ​ທາ​ລະ​ນະ​ລັດ​ມຽນ​ມາ Uyn Min. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຢືນ​ຢັນ​ວ່າ, ​ຍາມ​ໃດຫວຽດ​ນາມ ກໍ​ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ມຽນ​ມາ ໃນ​ຂອ​ບ​ເຂດ​ຮ່ວມ​ມື 2 ຝ່າຍ ແລະ ຫຼາຍ​ຝ່າຍ. ສ່ວນ​ທ່ານປະ​ທານ​ສະ​ພາ​ຕ່ຳ Uyn Min ຖື​ວ່າ, ເລື່ອງສ້າງ​ລະ​ບົບ​ກົດ​ໝາຍ​ແມ່ນ​ມີ​ຄວາມ​ສຳ​ຄັນ​ພິ​ເສດ ແລະ ປາດ​ຖະ​ໜາ​ຢາກ​ມີ​ການ​ສົບ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້​ນ​ກັບ​ສະ​ພາ​ແຫ່​ງ​ຊາດ​ຫວຽດ​ນາມ ໃນ​ວຽກ​ງານນີ້.

ຂ່າວ/ບົດ​ອື່ນ