ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ - ແດນມາກ

ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ - ແດນມາກ - ảnh 1
(​ທ່ານ​ນາງ​ນາຍົກລັດຖະມົນຕີ​ແດນ​ມາກ Helle Thorning Schmidt)

(vovworld) -     ຕອນ​ເຊົ້າ​ວັນ​ທີ 8/11, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ຕ້ອນຮັບ​ທ່ານ​ນາງ​ນາຍົກລັດຖະມົນຕີ​ແດນ​ມາກ Helle Thorning Schmidt ​ເດີນທາງ​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດຖະມົນຕີ​ຫວຽດນາມ Nguyen Tan Dung. ຫຼັງຈາກ​ນັ້ນ, ນາຍົກລັດຖະມົນຕີສອງທ່ານ​ໄດ້​ມີ​ການ​ເຈລະຈາ ​ແລະ ພ້ອມ​ກັນ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນານ​ບາງ​ສັນຍາ​ຮ່ວ​ມມື​ລະຫວ່າງ​ຫວຽດນາມ - ​ແດນ​ມາກ. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ນາງ​ນາຍົກລັດຖະມົນຕີ​ແດນ​ມາກ Helle Thorning Schmidt ​ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong, ທ່ານ​ປະທານ​ປະ​ເທດ Truong Tan Sang.

​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ໜັງສືພິມ​ໃຫຍ່​ຢູ່​ຫວຽດນາມ ສະບັບ​ອອກ​ອັນ​ທີ່ 8/11/2012 ​ໄດ້​ລົງ​ພິມ​ບົດ​​ຊີ້​ແຈ້ງ​ໝາກຜົນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ໜັງສືພິມ​ປະຊາຊົນ, ກະບອກ​ສຽງ​​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ຢືນຢັນ​ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ​ ​ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງ​ຫວຽດນາມ - ​ແດນ​ມາກ ນັບ​ມື້​ນັບ​ພັດທະນາ​ຢ່າງ​ຕັ້ງໜ້າ. ປະ​ເທດ​ເອີ​ລົບເໜືອ​​ນີ້ ປະຈຸ​ບັນ​ແມ່ນ​ປະ​ເທດ​ໃຫ້ການ​ອຸປະຖຳ​ຫຼາຍ​ທີ່​ສຸດ​ໃຫ​້​ແກ່​ຫວຽດນາມ ​ໃນ​ຂົງ​ເຂດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ແດນ​ມາກ ກໍ​ແມ່ນ​ປະ​ເທດ​ສະໜອງ​ການ​ຊ່ວຍ​​ເຫຼືອ​ໃຫ້​ແກ່​ຫວຽດນາມ ​ເພື່ອ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ລົບ​ລ້າງ​ຄວາ​ມອຶດຫິວ, ປະຕິ​ຮູ​ບດ້ານ​ບໍລິຫານ. ບົດ​ນຳ​ຂອງ​ໜັງສືພິມ​ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ຢືນຢັນວ່າ ຫວຽດນາມ ບໍ່​ອາດຫຼົງ​ລືມບຸນຄຸນ​ຂອງ​ແດນ​ມາກ ​​ເຊິ່ງແມ່ນ​ສະຖານ​ທິ່​ເຄີຍ​ມີ​ຂະ​ບວນການ​ສະໜັບສະໜູນ​ໃຫ້ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ, ​ໂຮມ​ປະ​ເທດ​ຊາ​ດ​ເປັນ​ເອກະ​ພາບ​ຂອງ​ຊາດ​ຫວຽດນາມ. ປະຈຸ​ບັນ, ​ແດນ​ມາກ ພວມ​ຕັ້ງໜ້າ​ສະໜັບສະໜູນ​ຫວຽດນາມ ​ໃນ​ການ​ປ່ຽນ​​ແປງໃໝ່​ ​ແລະ ການ​ເຊື່ອມ​ໂຍງດ້ານ​ເສດຖະກິ​ສາກົນ.

ຂ່າວ/ບົດ​ອື່ນ