ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ-ສ.ເກົາຫຼີ

ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ-ສ.ເກົາຫຼີ - ảnh 1
(ພາບປະກອບ)

(vovworld)- ໃນ​ລ​ະ​ຫວ່າງ ວັນ​ທີ 30/11-1/12 ທີ່​ຈະ​ມາ​ເຖິງ ຈະ​ໄດ້​ດຳ​ເນີນ​ງານ​ວາງ​ສະ​ແດງ-ແລກ​ປ່ຽນ​ຄ້າ​ຂາຍ ສ.ເກົາຫຼີ ​ປີ 2016 ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ເຫດ​ການ​ໂດຍ​ອົງ​ການ​ສົ່ງ​ເສີມ​ການ​ຄ້າ ແລະ ການ​ລົງ​ທຶນ ສ.ເກົາຫຼີ ປະ​ຈຳ​ ຫວຽດ​ນາມ​ ຈັ້ດ​ຕັ້ງຂື້ນ. ງານ​ວາງ​ສະ​ແດງ​ມີ​ການ​ເຂົ້າ​ຮ່ວມຂອງ ວິ​ສາ​ຫະ​ກິດ​ ສ.ເກົາຫຼີ ເກືອບ 70 ​ແຫ່ງ, ວິ​ສາ​ຫະ​ກິດ​ມາຈາກ​ບັນ​ດາ​ປະ​ເທດພາກ​ພື້ນ​ອາ​ຊຽນ 80 ແຫ່ງ ແລະ  ວິ​ສາ​ຫະ​ກິດ​ຫວຽດ​ນາມ 350 ແຫ່ງ. ບັນ​ດາ​ຜະ​ລິດ​ຕະ​ພັນ​ ສ.ເກົາຫຼີ ໄດ້​ວາງ​ສະ​ແດງ ແລະ ແນະ​ນຳ ຢູ່​ງານ​ວາງ​ສະ​ແດງ ປະ​ກອບ​ມີ: ເຄື່ອງ​ສຳ​ອາງ, ເຄື່ອງ​​ເອ້​ຢ້ອງ, ເສື້ອ​ຜ້າ; ເຄື່ອງ​ໃຊ້​ໃນເຮືອນ ແລະ ເຮືອນຄົວ; ສະ​ ບ​ຽງ​ອາ​ຫານ-ເຄື່ອງ​ດື່ມ; ອຸ​ປະ​ກອນໄຟ​ຟ້າ LED, ເຄື່ອງ​ໃຊ້​ສອຍ, ເຄື່ອງຫຼີ້ນ​ທັນ​ສະ​ໄໝ; ບັນ​ດາ​ວັດ​ຖຸ​​ດິບຮັບ​ໃຊ້​ການ​ຜະ​ລິດ ຂະ​ແໜງ​ອຸດ​ສາ​ຫະ​ກຳ​ເບົາ​ຕ່າງໆ… ນີ້​ແມ່ນ​ບັນ​ດາ​ສິນ​ຄ້ານອນ​ໃນ​​ແຜນ​ການຫຼຸດ​ພາ​ສີ ຕາມ​ສັນ​ຍາ​ການ​ຄ້າ​ເສ​ລີ​ ຫວຽດ​ນາມ-ສ.ເກົາຫຼີ ທີ່ຫາ​ກໍ່​ໄດ້ເຊັນ​ກັນ. ແລະ​ກໍ່​ທີ່​ເຫດ​ການ, ກົມ​ສົ່ງ​ເສີມ​ການ​ຄ້າ​ຫວຽດ​ນາມ ຈະ​ໄດ້ແນະ​ນຳ​ເຖິງ​ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ແລະ ແຂກ​ທີ່​ຖືກ​ເຊີນ​ ບັນ​ດາ​ປະ​ເທດ ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ຫວຽດ​ນາມ, ກໍ່​ຄື​ບັນ​ດາ​ນະ​ໂຍ​ບາຍ​ດຶງ​ດູດ​ການ​ລົງ​ທຶນ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ