ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມແລະລັດຕ່າງໆຂອງສ.ເຢຍລະມັນ

ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມແລະລັດຕ່າງໆຂອງສ.ເຢຍລະມັນ - ảnh 1
​ທ່ານ​ເອກ​ອັກຄະ​ລັດຖະທູດ ດ່ວານ​ຊວນ​ຮຶງ ແລະ
 ຜູ້​ວ່າການ​ລັດ Thuringen ທ່ານ Bodo Ramelow
(ພາບອິນເຕີແນັດ)

(vovworld) - ວັນ​ທີ 08/06 ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ເຢຍລະ​ມັນ ດ່ວານ​ຊວນ​ຮຶງ ​ໄດ້​ໄປເຖິງລັດ Thuringen ​ແລະ ​ເຮັດ​ວຽກ​ກັບ​ຜູ້​ວ່າການ​ລັດ, ລັດຖະສະພາ, ຫ້ອງການ​ອຸດສາຫະກ​​ຳການ​ຄ້າ (IHK) ​ແລະ ການນຳ​ອົງການ​ພັດທະນາ​ລັດ Thuringen ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ລະຫວ່າງ ຫວຽດນາມ ກັບ ລັດ​ຢູ່​ພາກ​ກາງ​​ຂອງ​ປະ​ເທ​ດ​​ ​ເຢຍລະ​ມັນ. ​ໃນ​ບັນດາ​ການ​ພົບ​ປະ​ເຈລະຈາຕ່າງໆ, ທ່ານ​ເອກ​ອັກ​ຄະ​ລັດຖະທູດ ດ່ວານ​ຊວນ​ຮຶງ ​ໄດ້ແນະນຳ​ກ່ຽວກັບຜົນງານ​ດ້ານເສດຖະກິດ - ສັງຄົມ ​ເຊິ່ງ ຫວຽດນາມ ບັນລຸ​ໄດ້​ໃນ 30 ປີຜ່ານມາ. ທ່ານ​ເອກ​ອັກຄະ​ລັດຖະທູດເນັ້ນ​ໜັກວ່າ: ນະ​ໂຍບາຍ​ປ່ຽນ​ໃໝ່​ໄດ້​ຮັບ​ການ​ນຳ​ໃຊ້​ນັບ​ແຕ່​ປີ 1986 ​ໄດ້​ສ້າງ​ພື້ນຖານ​ໝັ້ນຄົງ​ໃຫ້​ໄລຍະ​ຫັນປ່ຽນ​ຢ່າງແຮງ​ຂອງ​ພື້ນ​ຖານ​ເສດຖະກິດ ນຳ​ ຫວຽດນາມ ໃຫ້ຫລຸດ​ພົ້ນ​ອອກ​ຈາກ​ສະພາບ​​ດ້ອຍ​ພັດທະນາ, ກາຍ​ເປັນ​ປະ​ເທດ​ພວມ​ພັດທະນາ ດ້ວຍ​ລະດັບ​ລາຍ​ຮັບ​ປານ​ກາງ; ດ້ານ​ການ​ເມືອງ - ສັງຄົມ​ເປັນ​ປົກກະຕິ. ຫວຽດນາມ ພວມຕັດສິນ​ໃຈ​ສືບ​ຕໍ່ຍູ​້​ແຮງ​ການຫັນ​ປະເທດເປັນປະເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ແລະ ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

        ທີ່​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ດ່ວານ​ຊວນ​ຮຶງ ຜູ້​ວ່າການ​ລັດ Thuringen ທ່ານ Bodo Ramelow ຊີ້​ແຈ້ງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ລະຫວ່າງ Thuringen ​ແລະ ຫວຽດນາມ ​ແມ່ນ​ຍັງ​ໃຫຍ່​ຫລວງຢູ່ ​ແລະ 2 ຝ່າຍ​ມີ​ເງື່ອນ​ໄຂ​ຄົບ​ຖ້ວນ ​ເພື່ອ​ຂຸດ​ຄົ້ນ, ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຄື: ພະລັງງານ​ຜະລິດ​ຄືນ​ໃໝ່. ​ເຕັກ​ໂນ​ໂລ​ຢີຜະລິດ​ແກ້ວ…

        ທ່ີ​ການ​ຕ້ອນຮັບທ່ານ​ເອກ​ອັກຄະ​ລັດຖະທູດ ດ່ວານ​ຊວນ​ຮຶງ ທ່ານ​ປະທານ​ລັດຖະສະພາ​ລັດ Thuringen Christian Carius ໄດ້ຍ້ອງຍໍ​ບັນດາ​ຜົນງານ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ ​ແລະ ​ໃຫ້​ຮູ້​ວ່າ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ຊ່ວຍ​ເຫຼືອ​ທັງ 2 ຝ່າຍເພື່ອ​ຊຸກຍູ້​ການ​ພົວພັນ.

 

 

ຂ່າວ/ບົດ​ອື່ນ