ຊຸກຍູ້ການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ແລະ ສ. ເກົາຫຼີ

(VOVWORLD) - ກອງປະຊຸມລັດຖະມົນຕີການຕ່າງປະເທດກ່ຽວກັບ ການຮ່ວມມື ແມ່ນ້ຳຂອງ - ສ. ເກົາຫຼີ ຄັ້ງທີ 7 ຫາກໍ່ຈັດຂຶ້ນຢູ່ Busan, ສ. ເກົາຫຼີ. ກອງປະຊຸມກວດກາສະພາບການປະຕິບັດແຜນການເຄື່ອນໄຫວ ແມ່ນ້ຳຂອງ - ສ. ເກົາຫຼີ ໄລຍະ 2014 – 2017 ແລະ ປຶກສາຫາລືກ່ຽວກັບການກຳນົດທິດແຫ່ງການຮ່ວມມືໃນໄລຍະຈະມາເຖິງ. 
ຊຸກຍູ້ການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ແລະ ສ. ເກົາຫຼີ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ກ່ຽວກັບການກຳນົດທິດໃນການຮ່ວມມື ໄລຍະ 2017 – 2020, ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະສັນຍູ້ແຮງການຮ່ວມມືໃນ 6 ຂົງເຂດຄື: ສ້າງລະບົບພື້ນຖານໂຄງລ່າງທັນສະໄໝ, ສະຫຼາດ, ມີຄວາມດຸ່ນດຽງດ້ານຊີວະພາບ; ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາປະເທດ ແມ່ນ້ຳຂອງ ຜ່ານບັນດາໂຄງການຄົມມະນາຄົມ, ເຂດເສດຖະກິດພິເສດ ແລະ ບັນດາແລວທາງເສດຖະກິດລະຫວ່າງ ປະເທດ… ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮ່າກິມງອກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນການຮ່ວມມືແມ່ນ້ຳຂອງ - ສ. ເກົາຫຼີ ແລະ ສະເໜີບາງເນື້ອໃນໃຫຍ່ຕ້ອງໄດ້ຮັບບຸລິມະສິດ ເພື່ອແນໃສ່ຍົກສູງປະສິດທິຜົນແຫ່ງການຮ່ວມມື, ການປະກອບສ່ວນຢ່າງຕັ້ງໜ້າ ກ່ວາອີກເຂົ້າໃນວິວັດແຫ່ງການພັດທະນາເສດຖະກິດ - ສັງຄົມຢູ່ພາກພື້ນແມ່ນ້ຳຂອງ. ກ່ຽວກັບບັນຫາສາກົນ ແລະ ພາກພື້ນ, ທ່ານຮອງລັດຖະມົນຕີ ຢືນຢັນຄືນໃໝ່ທັດສະນະຢ່າງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ທີ່ມີຕໍ່ບັນຫາທະເລຕາເວັນອອກ, ແຫຼມ ເກົາຫຼີ ແລະ ບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່. ເມື່ອສິ້ນສຸດກອງປະຊຸມ, ບັນດາລັດຖະມົນຕີໄດ້ຮັບຮອງເອົາຖະແຫຼງການປະທານຮ່ວມ, ແຜນການເຄື່ອນໄຫວແມ່ນ້ຳຂອງ - ສ. ເກົາຫຼີ 2017 – 2020 ແລະ ເຫັນດີຈັດຕັ້ງກອງປະຊຸມແມ່ນ້ຳຂອງ - ສ. ເກົາຫຼີ ຄັ້ງທີ 8 ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 51 ຢູ່່ສິງກະໂປໃນປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ