ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ຝລັ່ງ ໃນບັນດາຂົງເຂດ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ສະເໜີວ່າ ສອງຝ່າຍຈົ່ງສືບຕໍ່ຊຸກຍູ້ການພົບປະ, ແລກປ່ຽນ, ການຢ້ຽມຢາມຂອງການນຳຂັ້ນສູງ
ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ຝລັ່ງ ໃນບັນດາຂົງເຂດ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕ້ອນຮັບທ່ານ Nicolas Warnery, ເອກອັກຄະລັດຖະທູດ ຝລັ່ງ
(ພາບ:Nhandan)

ຕອນບ່າຍວັນທີ 10 ກໍລະກົດ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Nicolas Warnery, ເອກອັກຄະລັດຖະທູດ ຝລັ່ງ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການການທູດ ຢູ່ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ສະເໜີວ່າ ສອງຝ່າຍຈົ່ງສືບຕໍ່ຊຸກຍູ້ການພົບປະ, ແລກປ່ຽນ, ການຢ້ຽມຢາມຂອງການນຳຂັ້ນສູງ; ບັນດາການພົວພັນແລກປ່ຽນປະຊາຊົນ. ທ່ານປະທານປະເທດ ຫວຽດນາມ ສະເໜີໃຫ້ ຝລັ່ງ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບເອີລົບ (EVIPA) ໂດຍໄວເພື່ອຫັນຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືລະຫວ່າງສອງປະເທດໃຫ້ດີທີ່ສຸດ. ເມື່ອຕີລາຄາສູງທັດສະນະຂອງ ຝລັ່ງ ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານປະທານປະເທດ ຫວຽດນາມ ຫວັງວ່າ ຝລັ່ງສືບຕໍ່ສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ແລະ ຫວຽດນາມ ກ່ຽວກັບການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການບິນ, ການເດີນເຮືອຢູ່ທະເລຕາເວັນອອກ ແລະ ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ເຊີນທ່ານປະທານາທິບໍດີ ຝລັ່ງ Emmanuel Macron ມາຢ້ຽມຢາມ ຫວຽດນາມ ໃນໄລຍະໄວໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ