ຊຸກຍູ້ການຮ່ວມມືເພື່ອນຳໃຊ້ແຫຼ່ງນ້ຳຍ່ານລຸ່ມແມ່ນ້ຳຂອງຢ່າງມີປະສິດທິຜົນ

ຊຸກຍູ້ການຮ່ວມມືເພື່ອນຳໃຊ້ແຫຼ່ງນ້ຳຍ່ານລຸ່ມແມ່ນ້ຳຂອງຢ່າງມີປະສິດທິຜົນ - ảnh 1
(ພາບປະກອບ/TTXVN)

(vovworld) - ວັນ​ທີ 04/11 ຢູ່ ຮ່າ​ໂນ້ຍ, ສູນ​ມະນຸດ ​ແລະ ທຳ​ມະ​ຊາດ (PanNature) ສົມທົບ​ກັບ​ອົງການສາກົນ​ເພື່ອການ​ອະນຸລັກທຳ​ມະ​ຊາດ (IUCN) ​ແລະ ສູນ Stimson ສົມທົບ​ກັນ​ຈັດ​ຕັ້ງກອງ​ປະຊຸ​ມສຳ​ມະ​ນາ “ກາລະ​ໂອກາດ​ນຳ​ໃຊ້​ແຫຼ່ງນ້ຳ​ໃນ​​ເຂດ​ລຸ່ມແມ່​ນ້ຳຂອງ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ເຈາະ​ຈິ້ມນະ​ໂຍບາຍ​ໃຫ້ ຫວຽດນາມ”. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ Jake Brunner ອົງການ​ສາກົນ​ເພື່ອ​ການ​ອະນຸລັກ​ທຳ​ມະ​ຊາດ (IUCN) ​ເນັ້ນ​ໜັກ​ວ່າ: ​ເພື່ອ​ນຳ​ໃຊ້​ແຫຼ່ງນ້ຳ​ໃນ​ພາກ​ພື້ນ​ຢ່າງ​ມີ​ປະສິດທິ​ຜົນ, ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ຝ່າຍ​ທີ່​ນອນ​ໃນ​ເຂ​ດລຸ່ມແມ່​ນ້ຳຂອງ​ມີ​ບົດ​ບາດ​ສຳຄັນ​ທີ່​ສຸດ ນຳ​​ເອົາຜົນ​ປະ​ໂຫຍ​ດມາ​ໃຫ້​ຝ່າຍຕ່າງໆ, ​ໃນ​ນັ້ນ ຄວນ​ເອົາ​ໃຈ​ໃສ່​ເຖິງ​ກາ​ນພັດທະນາ​ເຂື່ອນ​ໄຟຟ້າ.

        ຕາມ​ທ່ານ ຫງວຽນ​ເຍີນກວາງ, ນັກ​ຊ່ຽວຊານ​ຄຸ້ມ​ຄອງ​ເຂ​ດລຸ່ມ​ແມ່​ນ້ຳ, ​ເພື່ອ​​ນຳ​ໃຊ້​ນ້ຳ​ຢູ່​ເຂດ​ລຸ່ມ​​ແມ່​ນ້ຳຂອງ​ຢ່າງ​ມີ​ປະສິດທິ​ຜົນ, ຫວຽດນາມ ຄວນ​ສືບ​ຕໍ່​ຮັບ​ເອົາ ​ແລະ ອັບ​ເດັດ​​ຂໍ້​ມູນ​ຂ່າວ​ ກ່ຽວ​ກັບ​ບັນດາ​ໂຄງການນຳ​ໃຊ​​້​ແຫຼ່ງນ້ຳ​ໃນ​ເຂດ​ລຸ່ມ​​ແມ່​ນ້ຳຂອງ ຕື່ມ​ອີກ​ໂດຍ​ຜ່ານແຫຼ່ງຂ່າວ​ຕ່າງ​ໆ​. ບັນດາ​ອົງການ​ທີ່​ກ່ຽວຂ້ອງ​​ໃນ​ບັນດາ​ລະບອບ​ການ​ຮ່ວມ​ມື​ແມ່​ຂອງ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ ຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ ​ແລະ ຄະນະ​ກຳ​ມະ​ການ​ແມ່​ນ້ຳຂອງ​ແຫ່ງ​ຊາດຄວນ​ເປັນ​ເຈົ້າ​ການ​ຮັບ​ເອົາ​ຂໍ້​ມູນ​ຂ່າວ, ຮຽກຮ້ອງ​ບັນດາ​ປະ​ເທດ​ສະມາຊິກ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ຂອງ​ສັນຍາ​ແມ່​ຂອງ ​ໃນ​ການ​ແຈ້ງ​ຂ່າວ, ທາ​ບທາມ​ຄວາມ​ເຫັນ​ສຳລັບ​ບັນດາ​ໂຄງການ​ນຳ​ໃຊ້​ແຫຼ່ງນຳ້. ນອກ​ນັ້ນ, ຫວຽດນາມ​ຄວນ​ເພີ່ມ​ທະວີ​ການ​ປັບປຸງ​ບັນດາ​ລະບອບ​ຮ່ວມ​ມື​ແມ່​ຂອງ​ໃນ​ປະຈຸ​ບັນ, ສົມທົບ​ກັບ​ອົງການ​ຕ່າງໆ, ກົນ​ໄກ​ຮ່ວມ​ມື​ທີ່​ກ່ຽວຂ້ອງ​ອື່ນໆ, ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ, ​ແນ​ໃສ່ສ້າງ​ກຳລັງ​ແຮງ​ສັງ​ລວມ.

ຂ່າວ/ບົດ​ອື່ນ