ຊຸກຍູ້ການຮ່ວມມືເສດຖະກິດຂ້າມຊາຍແດນຫວຽດນາມ-ກຳປູເຈຍ-ລາວ

ຊຸກຍູ້ການຮ່ວມມືເສດຖະກິດຂ້າມຊາຍແດນຫວຽດນາມ-ກຳປູເຈຍ-ລາວ - ảnh 1
(ພາບປະກອບ)

(vovworld) – ບັນດາ​ຜົນ​ກະທົບ​ຈາກ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ, ບາງ​ບັນຫາ​ຊາຍ​ແດນ ​ແລະ ​ແຫຼ່ງຊັບພະຍາກອນ​ຂ້າມ​ຊາດ​ແມ່ນ​ບັນດາ​ບັນຫາ​ທີ່​ສຳຄັນ ຊຶ່ງ​ມີ​ຜົນ​ສະທ້ອນຕໍ່​ການ​ຮ່ວມ​ມື​ເສດຖະກິດ​ຂ້າມ​ຊາຍ​ແດນ ຫວຽດນາມ - ກຳປູ​ເຈຍ - ລາວ. ນັ້ນ​ແມ່ນ​​ເນື້ອ​ໃນ​ໄດ້​ເຕື້ອງ​ເຖິງ​ຢູ່​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ປະຈຳ​ປີ​ຄັ້ງ​ທີ 4 ກ່ຽວ​ກັບ​ວິທະຍາ​ສາດ - ສັງຄົມ “ການ​ຮ່ວມ​ມື​ເສດຖະກິດ​ຂ້າມ​ຊາຍ​ແດນ ຫວຽດນາມ - ກຳປູ​ເຈຍ - ລາວ” ດຳ​ເນີນ​ໃນ​ວັນ​ທີ 27/7 ຢູ່​ນະຄອນ ດ່າ​ລາດ.

      ບັນດາ​ຜູ້​ແທນ​ຖື​ວ່າ: 3 ປະ​ເທດ ຫວຽດນາມ - ກຳປູ​ເຈຍ - ລາວ ຕ້ອງ​ເພີ່​ມທະວີການ​ຄົ້ນຄວ້າ, ປຶກສາ​ຫາລື​ກຳ​ນົດຈຸດ​ສຸມ​ການ​ຮ່ວມ​ມື​ຂ້າມ​ຊາຍ​ແດນ​ຕ່າງ​ຝ່າຍ​ຕ່າງມີ​ຜົນ​ປະ​ໂຫຍ​ດ ​ແລະ ກົນ​ໄກ​ສົມທົບ​ນະ​ໂຍບາຍ​ຊຸກຍູ້​ການ​ຮ່ວມ​ມື​ຂ້າມ​ຊາຍ​ແດນຢ່າງ​ມີ​ປະສິດ​ທິຜົນ. 3 ປະ​ເທດ​ຄວນ​ມີ​ບັນດາ​ກົນ​ໄກ, ມາດ​ຕະການ ​ແລະ ຂໍ້​ກຳນົດ​ສະ​ເພາະ​ເພື່ອ​ໜູນ​ຊ່ວຍ​ການ​ຮ່ວມ​ມື​ເສດຖະກິດຂ້າມ​ຊາຍ​ແດນ. ພ້ອມ​ທັງ​ບໍ່​ປະໃຫ້​ເກີດ​ບັນດາ​ຜົນ​ກະທົບ​ຂ້າມ​ຊາຍ​ແດນ​ສຳລັບ​ເຂດ​ແມ່​ນ້ຳຂອງ.

ຂ່າວ/ບົດ​ອື່ນ