ຊຸກຍູ້ການຮ່ວມມືເສດຖະກິດລະຫວ່າງນະຄອນໂຮ່ຈີມິນແລະສິງກະໂປ

ຊຸກຍູ້ການຮ່ວມມືເສດຖະກິດລະຫວ່າງນະຄອນໂຮ່ຈີມິນແລະສິງກະໂປ - ảnh 1
(ພາບປະກອບ)

(vovworld) - ​ ​ ຕອນ​ບ່າຍ​ວັນ​ທີ 18/07, ທ່ານ ຫງວຽນ​ແທ່ງ​ຟອງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ຕ້ອນຮັບ​ທ່ານ​ນາງ Josephine Teo ລັດຖະມົນຕີ​ຮັບຜິດຊອບ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ກະຊວງ​ຄົມມະນາຄົມ ສິງກະ​​ໂປ. ທ່ານ ຫງວຽ​ນ​ແທ່ງ​ຟອງ ຢືນຢັນ​ວ່າ: ນະຄອນ ​ໂຮ່ຈີ​ມິນ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ສິງກະ​ໂປ ມາ​ລົງທຶນ​ຢູ່​ນະຄອນ. ທ່ານ ຫງວຽນ​ແທ່ງ​ຟອງ ຫວັງ​ວ່າ: ບັນດາ​ວິ​ສາ​ຫະກິດ ສິງກະ​ໂປ ຈະ​ມີ​ບັນດາ​ການ​ລົງທຶນ, ການ​ຮ່ວມ​ມືຕື່ມ​ອີກ​ໃນ​ບັນດາ​ຂົງ​ເຂດ​ຄື: ຄົມ​ມະ​ນາ​ຄົມ, ຕົວ​ເມືອງ ພິ​ເສດ​ຈະ​ກໍ່ສ້າງ​ກິດຈະກຳ​ທີ່​ມີ​ນຳ​ລັກສະນະສັນຍາ​ລັກ​ຢູ່​ນະຄອນ ​ໂຮ່ຈີ​ມິນ.

        ສ່ວນ​ທ່ານ​ນາງ Josephine Teo ​ໃຫ້​ຮູ້​ວ່າ: ສິງກະ​ໂປ ພ້ອມ​ແລ້ວ​ທີ່ຈະ​ແບ່ງປັນ​ບົດຮຽນ​ພັດທະນາ​ກັບ​ນະຄອນ ​ໂຮ່ຈີ​ມິນ. ທ່ານ​ນາງ Josephine Teo ​ເຊື່ອ​ໝັ້ນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ມີ​ວິ​ສາ​ຫະກິດ ສິງກະ​ໂປ​ ຫລາຍ​​ແຫ່ງ ​ມາ​ຮ່ວມ​ມື​ພັດທະນາ ​ແລະ ລົງທຶນ​ແຮງ​ຢູ່ ຫວຽດນາມ ​ເວົ້າ​ລວມ ກໍ່​ຄື​ນະຄອນ ​ໂຮ່ຈີ​ມິນ ​ເວົ້າ​ສະ​ເພາະ.

 

ຂ່າວ/ບົດ​ອື່ນ