ຊຸກຍູ້ການຮ່ວມມືເສດຖະກິດລະຫວ່າງຫວຽດນາມກັບບັນດາປະເທດຕາເວັນອອກກາງ-ອາຟຣິກກາ

ຊຸກຍູ້ການຮ່ວມມືເສດຖະກິດລະຫວ່າງຫວຽດນາມກັບບັນດາປະເທດຕາເວັນອອກກາງ-ອາຟຣິກກາ - ảnh 1
ທ່ານ ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູວັນ​ນິງ
(ພາບ: VGP)

(vovworld) –​ ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ດ້ວຍ​ຫົວ​ຂໍ້ “​ແງ່​ຫວັງ​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ - ອາ​ຟຣິກກາ” ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 20/10 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູວັນ​ນິງ ​ເນັ້ນ​ໜັກ​ວ່າ: ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຕົນ, ຫວຽດນາມ ຍາ​ມ​ໃດ​ກໍ​ຖື​ເປັນ​ສຳຄັນ​ເລື່ອງ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ​ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ - ອາ​ຟຣິກກາ. ທ່ານ ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຢືນຢັນ​ວ່າ:

        “ ລັດຖະບານ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາຍາມ​ໃດ​ກໍ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ບັນດາ​ປະ​ເທດ​​ໃນພາກ​ພື້ນ​ຕາ​ເວັນ​ອອກ​ກາງ - ອາ​ຟຣິກກາ ​ເວົ້າ​ສະ​ເພາະ​ໃນ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ໄລຍະ​ຍາວ​ຢູ່ ຫວຽດນາມ. ພ້ອມ​ກັນ​ນັ້ນ, ລັດຖະບານ ຫວຽດນາມ ກໍ່ປາດ​ຖະໜາ​ຢາກ​ໃຫ້​ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ - ອາ​ຟຣິກກາ ສ້າງ​ເງື່ອນ​ໄຂ​ສະດວກ​​ເພື່ອໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື, ລົງທຶນ​ຢູ່​​ເຂດມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ສຳຄັນ, ມີ​​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດອຸດົມສົມ​ບຸນ, ມີເນື້ອ​ທີ່​ກ້ວາງ​ຂວາງ 36 ລ້ານ​ກ່ວາຕາ​ລາງ km, ມີພົນລະ​ເມືອງ​ເກືອບ 1,5 ຕື້​ຄົນ, ​ເຊິ່ງ​ແມ່ນ​ຕະຫລາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ ໃນ​ການ​ຮ່ວມ​ມື, ລົງທຶນ ​ແລະ ພ້ອມ​ກັນ​ພັດທະນາ”.

ຂ່າວ/ບົດ​ອື່ນ