ຊຸກ​ຍູ້​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ ແມ່​ນ້ຳລ້ານ​ຊ້າງ​ໃນ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ

(VOVWORLD) -ເວທີປາໄສການຮ່ວມມືຊັບພະຍາກອນນ້ຳແມ່ຂອງ - ລ້ານຊ້າງ ດ້ວຍຫົວຂໍ້ “ການຮ່ວມມືແກ້ໄຂບັນດາສິ່ງທ້າທາຍ ແລະ ຊຸກຍູ້ການພັດທະນາລວມ” ຄັ້ງທີ 2 ທີ່ໄດ້ດຳເນີນໃນລະຫວ່າງວັນທີ 7 – 8 ທັນວາ ດ້ວຍຮູບແບບທາງໄກ.
ຊຸກ​ຍູ້​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ ແມ່​ນ້ຳລ້ານ​ຊ້າງ​ໃນ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ - ảnh 1 ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈິ່ນຮົ່ງຮ່າ
(ພາບ: CTV/Vietnam+)

ກ່າວຄຳເຫັນທີ່ເວທີປາໄສ, ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ: ການນຳຂັ້ນສູງການຮ່ວມມືແມ່ນ້ຳຂອງ - ລານຊ້າງ ຕ້ອງກໍ່ສ້າງແຜນການພັດທະນາສັງລວມ ແລະ ຍືນຍົງ ໃຫ້ແກ່ທົ່ວ ເຂດອ່າງໂຕງແມ່ນ້ຳ ບົນພື້ນຖານພິຈາລະນາ ບັນດາເງື່ອນໄຂຢ່າງລະອຽດ ແລະ ຜົນປະໂຫຍດຂອງແຕ່ລະປະເທດສະມາຊິກ,ເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງບັນດາລັດຖະບານ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ. ພ້ອມກັນນັ້ນ, ບັນດານະໂຍບາຍ ແລະ ການກະທຳ ກ່ຽວກັບການຄຸ້ມຄອງຊັບພະຍາກອນນ້ຳ ແມ່ນເໝາະສົມກັບບັນດາເປົ້າໝາຍຂອງການນຳຂັ້ນສູງໃນການຮ່ວມມືແມ່ນ້ຳຂອງ - ລ້ານຊ້າງ ແມ່ນພື້ນຖານຟູພື້ນຖານເສດຖະກິດຂຽວພາຍຫຼັງໂລກລະບາດໂຄວິດ - 19, ພັດທະນາແບບຍືນຍົງບົນພື້ນຖານເສດຖະກິດຂຽວພາຍຫຼັງໂລກລະບາດໂຄວິດ - 19, ພັດທະນາແບບຍືນຍົງບົນພື້ນຖານບັນດາເປົ້າໝາຍພັດທະນາແບບຍືນຍົງ ຂອງ ສປຊ ແລະ ບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາຢູ່ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26). ຫວຽດນາມ ໃຫ້ຄຳໝັ້ນສັນຍາສົມທົບກັບບັນດາປະເທດ ເພື່ອປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງສຸດຂອງບັນດາປະເທດສະມາຊິກ, ຊຸກຍູ້ການຮ່ວມມືກັບທຸກໆຄູ່ຮ່ວມມື ເພື່ອໃຫ້ແມ່ນ້ຳຂອງ - ລ້ານຊ້າງ ກາຍເປັນລຳແມ່ນ້ຳຂອງ ບັນດາພື້ນຖານວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນ, ເຊື່ອມຕໍ່ແຫ່ງນ້ຳໃຈມິດຕະພາບ ແລະ ການຮ່ວມມື, ການເຊື່ອມໂຍງແລະ ການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ