ຊຸກ​ຍູ້ການ​ຮ່ວມ​ມື​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອ​ນຫຼັງ​ຈາກທາດພິດ​ເຄ​ມີ​ລ​ະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ

(VOVWORLD) - ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນ, ຕີລາຄາກ່ຽວກັບບັນດາເຄື່ອນໄຫວຮ່ວມມືໃນໄລຍະທີ່ຜ່ານມາ, ພ້ອມທັງປຶກສາຫາລືກ່ຽວກັບທິດທາງໃນໄລຍະຈະມາເຖິງ.
ຊຸກ​ຍູ້ການ​ຮ່ວມ​ມື​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອ​ນຫຼັງ​ຈາກທາດພິດ​ເຄ​ມີ​ລ​ະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ - ảnh 1ທ່ານພົນໂທ ຫງຽວນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດໃຫ້ການຕ້ອນຮັບທ່ານ Michael Green, ຜູ້ອຳນວຍການອົງການພັດທະນາສາກົນ ອາເມລິກາ ປະຈຳ ຫວຽດນາມ (USAID) (ພາບ: ເຢືອງຢາງ/TTXVN))

        ຕອນບ່າຍວັນທີ 18 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງຽວນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າອົງການປະຈຳການຄະນະຊີ້ນຳແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດຍັງບໍ່ທັນແຕກ ແລະ ທາດພິດເຄມີ ພາຍຫຼັງສົງຄາມ (ຄະນະຊີ້ນຳ 701)ໄດ້ມີການເຮັດວຽກກັບທ່ານ Michael Green, ຜູ້ອຳນວຍການອົງການພັດທະນາສາກົນ ອາເມລິກາ ປະຈຳ ຫວຽດນາມ (USAID). ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນ, ຕີລາຄາກ່ຽວກັບບັນດາເຄື່ອນໄຫວຮ່ວມມືໃນໄລຍະທີ່ຜ່ານມາ, ພ້ອມທັງປຶກສາຫາລືກ່ຽວກັບທິດທາງໃນໄລຍະຈະມາເຖິງ.

        ທ່ານພົນໂທ ຫງຽວນຈີ໊ວິ້ງ ໄດ້ສະເໜີໃຫ້ອົງການພັດທະນາສາກົນ ອາເມລິກາ ຕັ້ງໜ້າສົມທົບກັບເຫຼົ່າທັບປ້ອງກັນອາກາດທະຫານອາກາດ(ໂດຍເປັນເຈົ້າຂອງໂຄງການກຳຈັດທາດ Dioxin ຢູ່ ສະໜາມບິນ ບຽນຮ່ວາ) ສ້າງເອກະສານໃຫ້ສຳເລັດໂດຍໄວເພື່ອຍື່ນສະເໜີຕໍ່ການນຳກະຊວງປ້ອງກັນປະເທດອະນຸມັດຜ່ານໂຄງການ.

        ສ່ວນທ່ານ Michael Green, ຜູ້ອຳນວຍການອົງການພັດທະນາສາກົນ ອາເມລິກາ ໄດ້ອັບເດັດບາງຂໍ້ມູນກ່ຽວກັບສະພາບການຂອງໂຄງການຢູ່ສະໜາມບິນ ບຽນຮ່ວາ. ກ່ຽວຂ້ອງເຖິງເລື່ອງຜັນຂະຫຍາຍໂຄງການໃນປັດຈຸບັນ, ທ່ານ Michael Green ໃຫ້ຮູ້ວ່າ ສອງຝ່າຍຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດຍັງບໍ່ທັນແຕກ ແລະ ທາດພິດເຄມີ ພາຍຫຼັງສົງຄາມ, ຍົກສູງຊີວິດການເປັນຢູ່ຂອງຄົນພິການຢູ່ ຫວຽດນາມ…ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອາເມລິກາ ເລິກເຊິ່ງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ