ຊຸກຍູ້ການເຂົ້າຮ່ວມຂອງຊາວໜຸ່ມເຍົາວະຊົນຫວຽດນາມໃນການປົກປັກຮັກສາສິ່ງແວດລ້ອມ

(VOVWORLD) -ວັນບຸນມີການການເຄື່ອນໄຫວຫຼາຍຢ່າງ ທັງເລິກເຊິ່ງ, ດູດດື່ມ, ສ້າງກາລະໂອກາດລະຫຼິ້ນໃຫ້ແກ່ບັນດາເດັກນ້ອຍ ແລະ ຄອບຄົວ, ພ້ອມກັນຊອກຮູ້ກ່ຽວກັບສິ່ງແວດລ້ອມ, ບັນດາສື່ສິ່ງພິມໂຄສະນາທີ່ໃກ້ຊິດສະໜິດສະໜົມກັບຄອບຄົວຂອງເດັກ.
ຊຸກຍູ້ການເຂົ້າຮ່ວມຂອງຊາວໜຸ່ມເຍົາວະຊົນຫວຽດນາມໃນການປົກປັກຮັກສາສິ່ງແວດລ້ອມ - ảnh 1 (ພິທີທອບລາງວັນ - ຂ້າພະເຈົ້າເລືອກໜ່ວຍໂລກຂຽວ)

ວັນທີ 04 ຕຸລາ, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄ້ວາຄຸ້ມການຄອງພັດທະນາແບບຍືນຍົງ (MSD) ສົມທົບກັບກອງທຶນເພື່ອຮ່າງກາຍຄົນຫວຽດ ແລະ ໂຮງຮຽນມັດທະຍົມສົມບູນ TH ຈັດວັນບຸນ “ຂ້າພະເຈົ້າເລືອກໜ່ວຍໂລກຂຽວ - ສຽງເວົ້າຂອງເດັກ ແລະ ຊາວໜຸ່ມເຍົາວະຊົນຫວຽດນາມ ກ່ຽວກັບສິ່ງແວດລ້ອມ”. ວັນບຸນໄດ້ດຶງດູດຜູ້ເຂົ້າຮ່ວມນັບຮ້ອຍຄົນ, ລວມມີເດັກນ້ອຍ, ຜູ້ປົກຄອງຂອງເດັກ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສັງຄົມ, ອົງການສື່ມວນຊົນ ແລະ ນັກອາສາສະໝັກ.

        ວັນບຸນມີການການເຄື່ອນໄຫວຫຼາຍຢ່າງ ທັງເລິກເຊິ່ງ, ດູດດື່ມ, ສ້າງກາລະໂອກາດລະຫຼິ້ນໃຫ້ແກ່ບັນດາເດັກນ້ອຍ ແລະ ຄອບຄົວ, ພ້ອມກັນຊອກຮູ້ກ່ຽວກັບສິ່ງແວດລ້ອມ, ບັນດາສື່ສິ່ງພິມໂຄສະນາທີ່ໃກ້ຊິດສະໜິດສະໜົມກັບຄອບຄົວຂອງເດັກ. ແລະກໍ່ໃນວັນບຸນ, MSD ໄດ້ປະກາດໝາກຜົນ ແລະ ມອບລາງວັນການແຂ່ງຂັນ “ຂ້າພະເຈົ້າເລືອກໜ່ວຍໂລກຂຽວ”, ບັນດາສື່ສິ່ງພິມທີ່ດີເດັ່ນທີ່ສຸດກໍ່ໄດ້ຮັບການສາຍແນະນຳໃນວັນບຸນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ