ຊຸກຍູ້ການເຄື່ອນໄຫວຄົ້ນຄ້ວາກ່ຽວກັບທະເລ ຕາເວັນອອກ

ຊຸກຍູ້ການເຄື່ອນໄຫວຄົ້ນຄ້ວາກ່ຽວກັບທະເລ ຕາເວັນອອກ - ảnh 1
(ພາບປະກອບ)

(vovworld) - ​ກອງ​ທຶນໜູນຊ່ວຍ​ຄົ້ນຄວ້າທະ​ເລ​ຕາ​ເວັນ​ອອກ​ແມ່ນ​ກອງ​ທຶນ​ສັງຄົມ​ທີ່ເຄື່ອນ​ໄຫວ​ໂດຍ​ບໍ່ຄິດ​ໄລ່​ເຖິງກຳ​ໄລ, ​ເພື່ອ​ຊຸກຍູ້​ການ​ເຄື່ອນ​ໄຫວອຸປະຖຳ​ໃຫ້​ແກ່​ການຄົ້ນຄວ້າ​ຂອງ​ບັນດາ​ນັກຮຽນຮູ້, ນັກ​ສຶກສາ, ບັນດາ​ບຸກຄົນ, ອົງການ​ຈັດຕັ້ງພາຍ​ໃນ ​ແລະ ຕ່າງປະ​ເທດທີ່​ຢາກ​ປະກອບສ່ວນ​ກຳລັງ​ ​ແລະ ພຸມ​ປັນຍາໃຫ້​ແກ່​ພາ​ລະ​ກິດ​ປົກ​ປັກ​ຮັກສາ​ອະທິປະ​ໃຕທະ​ເລໝູ່​ເກາະຂອງ ຫວຽດນາມ, ຊຸກຍູ້​ບັນດາ​ມາດ​ຕະການ​ປົກ​ປັກ​ຮັກສາ​ສັນຕິພາບ, ຄວາມໝັ້ນຄົງ ​ແລະ ການ​ຮ່ວມ​ມື​ຢູ່​​ເຂດທະ​ເລ​ຕາ​ເວັນ​ອອກ. ກອງ​ທຶນຍັງ​ແມ່ນ​ຊ່ອງ​​ເຜີຍ​ແຜ່, ​ໂຄສະນາ, ຍົກ​ສູງ​ສະຕິ​​ປົກ​ປັກ​ຮັກສາ​ອະທິປະ​ໃຕທະ​ເລໝູ່​ເກາະ​ແຫ່ງ​ຊາດ,​ ເໝາະສົມກັບ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍຂອງ​ລັດ ຫວຽດນາມ.​ ກອງ​ທຶນ​ໄດ້​ຮັບ​ການສ້າງຕັ້ງຕາມ​ຂໍ້​ລິ​ເລີ່​ມຂອງວິທະຍາຄານ​ການ​ທູດ.

ກ່າວ​ຄວາມ​ເຫັນ​ທີ່​ພິທີ​ສະ​ເໜີ​ຕົວ, ທ່ານ ດັ້ງ​ດິ່ງ​ກວີ໋, ຜູ້ອຳນວຍການ​ວິທະຍາຄານ​ການ​ທູດ, ທັງ​ເປັນ​ປະທານ​ກອງ​ທຶນ​ດັ່ງກ່າວ​ຢືນຢັນ​ວ່າ:

        ”ຈຸດປະສົງ​ຂອງ​ກອງ​ທຶນ​ແມ່ນ​ສ້າງ​ກຳລັງ​ຄົ້ນ​ຄ້ວາ, ​ເຕົ້າ​ໂຮມ​ກຳລັງ​ຄົ້ນ​ຄ້ວາ ​ແລະ ​ເຊື່ອມ​ຕໍ່​ກຳລັງ​ຄົ້ນ​ຄ້ວາ. ປະຈຸ​ບັນ​ພວກ​ເຮົາ​ມີ​ກຳລັງ​ຄົ້ນ​ຄ້ວາທະ​ເລ​ຕາ​ເວັນ​ອອກ​ກວ້າງຂວາງພໍ​ສົມຄວນ​ແລ້ວ, ​ແຕ່ຕ້ອງ​ຊຸກຍູ້ວິວັດ​ການ​ປະສານ​ສົມທົບ​, ການ​ເຊື່ອມ​ຕໍ່​ກັນ​ຢ່າງແຮງ​ກວ່າ​ອີກ”.

        ທີ່​ພິທີ​ສະ​ເໜີ​ກອງ​ທຶນ​ໜູນ​ຊ່ວຍ​ຄົ້ນ​ຄ້ວາທະ​ເລ​ຕາ​ເວັນ​ອອກ, ທ່ານ​ອະດີດຮອງ​ນາຍົກລັດຖະມົນຕີ ຫວູຄວານ. ທີ່​ປຶກສາ​ຂັ້ນ​ສູງ​ຂອງກອງ​ທຶນ​ດັ່ງກ່າວ, ປາຖະໜາ​ວ່າ:

        ”ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ຫວັງ​ສອງ​ຢ່າງ, ທີ​ໜຶ່ງ​ແມ່ນ​ຍົກ​ລະດັບ​ທັງ​ດ້ານ​ຂອບ​ຂະໜາດ ​ແລະ ຄຸນ​ນະພາ​ບການ​ຄົ້ນ​ຄ້ວາ​ພາຍໃນ​ປະ​ເທດ. ທີ​ສອງ​ແມ່ນ​ຊຸກຍູ້​ການ​ຄົ້ນ​ຄ້ວາ​ນີ້​ໃຫ້​ຕິດ​ພັນ​ກັບ​ການ​ຄົ້ນ​ຄ້ວາ​ຂອງ​ໂລກ, ​ເຮັດ​ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ມີ​ຄວາມ​ອຸດົມສົມບູນ​ກວ່າ, ປະກອບສ່ວນ​ເຮັດ​ໃຫ້​ໂລກ​ມີ​ຄວາມ​ເຂົ້າ​ໃຈ​ຫຼັກ​ໝັ້ນ​ຂອງ​ພວກ​ເຮົາ​ກວ່າ​ອີກ, ພ້ອມ​ທັງ​ໜູນ​ຊ່ວຍ​ໃຫ້​ແກ່​ການ​ຕໍ່ສູ້​ດ້ານ​ການ​ທູດ, ການ​ເມືອງ, ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ​ເກາະ​ຂອງ​ຫວຽດນາມ”.

 

ຂ່າວ/ບົດ​ອື່ນ