ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ລົງ​ທຶນ, ພັດ​ທະ​ນາ​ການ​ພົວ​ພັນ ຫວ​ຽດ​ນາມ - ກ​ຳ​ປູ​ເຈຍ

(VOVWORLD) - ທ່ານ ນາງ Men Sam An ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດ ແລະ ການປະກອບສ່ວນຂອງ BIDV, ທະນາຄານລົງທຶນ ແລະ ພັດທະນາກຳປູເຈຍ (BIDC) ແລະ ບັນດາຜູ້ຕາງໜ້າການຄ້າຕ່າງໆສຳລັບພື້ນຖານເສດຖະກິດກຳປູເຈຍໃນຕະຫຼອດ 10 ປີທີ່ຜ່ານມາ. 
ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ລົງ​ທຶນ, ພັດ​ທະ​ນາ​ການ​ພົວ​ພັນ ຫວ​ຽດ​ນາມ - ກ​ຳ​ປູ​ເຈຍ - ảnh 1

ທ່ານ ຫງວຽນແທັງຟອງ, ປະທານຄະນະກຳມະການນະຄອນ ໂຮ່ຈີມິນ ໃຫ້ການຕ້ອນຮັບທ່ານນາງ Men Sam An, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພົວພັນກັບສະພາແຫ່ງຊາດ, ສະພາສູງ ແລະ ກວດກາ ກຳປູເຈຍ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ, ແລກປ່ຽນບົດຮຽນກ່ຽວກັບວຽກງານກວດກາ, ແກ້ໄຂຄຳຮ້ອງທຸກ, ຮ້ອງຟ້ອງ ແລະ ການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ກັບອົງການກວດກາລັດຖະບານ ຫວຽດນາມ ໃນລະຫວ່າງວັນທີ 14 – 19 ຕຸລາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນຂັ້ນສູງ ກຳປູເຈຍໂດຍທ່ານນາງ Men Sam An, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພົວພັນກັບສະພາແຫ່ງຊາດ, ສະພາສູງ ແລະ ກວດກາ ກຳປູເຈຍນຳໜ້າ, ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບການນຳທະນາຄານ ການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາ ຫວຽດນາມ (BIDV).

        ກາວຄຳເຫັນທີ່ການເຮັດວຽກ, ທ່ານ ນາງ Men Sam An ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດ ແລະ ການປະກອບສ່ວນຂອງ BIDV, ທະນາຄານລົງທຶນ ແລະ ພັດທະນາກຳປູເຈຍ (BIDC) ແລະ ບັນດາຜູ້ຕາງໜ້າການຄ້າຕ່າງໆສຳລັບພື້ນຖານເສດຖະກິດກຳປູເຈຍໃນຕະຫຼອດ 10 ປີທີ່ຜ່ານມາ. ທ່ານນາງ Men Sam An ສະເໜີໃຫ້ BIDV, BIDC ສືບຕໍ່ມານະພະຍາຍາມເພື່ອຮັກສາໄດ້ບົດບາດນຳໜ້າໃນບັນດາວິສາຫະກິດ ຫວຽດນາມ ທີ່ພວມເຄື່ອນໄຫວຢູ່ ກຳປູເຈຍ, ສືບຕໍ່ຜັນຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ໃນບັນດາການເຄື່ອນໄຫວເສດຖະກິດ - ການຄ້າ - ການລົງທືນລະຫວ່າງ ສອງປະເທດ.

        ທ່ານ ເລງອັກເລິມ ຮອງຜູ້ອຳນວຍການຝ່າຍບໍລິຫານທະນາຄານ BIDV ໃຫ້ຄຳໝັ້ນສັນຍາວ່າ BIDV ຈະສືບຕໍ່ປັບປຸງ, ເພີ່ມທະວີການເຄື່ອນໄຫວຂອງບັນດາຜູ້ຕາງໜ້າ ຢູ່ ກຳປູເຈຍ, ການເຄື່ອນໄຫວດຳເນີນທຸລະກິດຢ່າງມີປະສິດທິຜົນ, ສືບຕໍ່ຢັ້ງຢືນໄດ້ທີ່ຕັ້ງ, ເຄື່ອງໝາຍການຄ້າ, ອິດທິພົນຊື່ສຽງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການພັດທະນາປະເທດ ກຳປູເຈຍ.

        ຕອນບ່າຍວັນທີ 17 ຕຸລາ, ທ່ານນາງ Men Sam An ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນ ໂຮ່ຈີມິນ ແລະ ກ່ອນໜ້ານັ້ນກໍ່ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນດ່ານັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ