ຊຸກຍູ້ການເຈລະຈາດ້ານການຄ້າລະຫວ່າງເອີລົບ ແລະ ອາເມລິກາ

(VOVWORLD) - ສັບປະດາຈະມາເຖິງ, ວົງການເຈົ້າຫນ້າທີ່ການຄ້າ ເອີລົບ ແລະ ອາເມລິກາຈະດຳເນີນການເຈລະຈາຢູ່ ວໍຊີງຕັນ ເພື່ອແນໃສ່ຊອກຫາສັນຍາການຄ້າວົງແຄບ ໃນສະພາວະເກີດຄວາມເຄັ່ງຕຶງດ້ານການຄ້າລະຫວ່າງສອງຝ່າຍ.

ຊຸກຍູ້ການເຈລະຈາດ້ານການຄ້າລະຫວ່າງເອີລົບ ແລະ ອາເມລິກາ - ảnh 1 ທ່ານນາງ Cecilia Malmstrom 

ພາບ:Reuters

ແຈ້ງການໃນວັນທີ 2 ມີນາ, ໂຄສົກຂອງຄະນະກຳມະການ ເອີລົບ (EC) ໃຫ້ຮູ້ວ່າ: ທ່ານນາງ Cecilia Malmstrom  ກຳມະການຮັບຜິດຊອບດ້ານການຄ້າຂອງ  ສະຫະພາບເອີລົບ ຄາດວ່າຈະພົບປະກັບຄູ່ຕຳແຫນ່ງ ອາເມລິກາ, ຜູ້ຕາງຫນ້າດ້ານການຄ້າ ທ່ານ Robert Lighthizez ໃນວັນທີ 6 ມີນາ ຈະມາເຖິງ.

ກ່ອນນັ້ນມື້ຫນຶ່ງ ແມ່ນການພົບປະລະຫວ່າງທ່ານ Martin Selmayr ເລຂາທິການໃຫຍ່ EC ແລະ ທ່ານ Larry Kudlow ຜູ້ອຳນວຍການສະພາເສດຖະກິດແຫ່ງຊາດ ອາເມລິກາ. ສອງຝ່າຍຈະສືບຕໍ່ພົບປະກັນໃນຊຸມມື້ຕໍ່ໄປ. EC ປາດຖະຫນາວ່າ ໃນເດືອນນີ້ ຈະບັນລຸໄດ້ການມອບສິດຈາກບັນດາປະເທດສະມາຊິກ ອີຢູ ເພື່ອເລີ່ມຕົ້ນດຳເນີນການເຈລະຈາຂໍ້ຕົກລົງດ້ານການຄ້າ ກັບ ອາເມລິກາ. ກ່ຽວກັບສິນຄ້າອຸດສາຫະກຳ

ຕອບກັບ

ຂ່າວ/ບົດ​ອື່ນ