ຊຸກຍູ້ການເຊື່ອມຕໍ່ເສດຖະກິດ GMS: ເຊື່ອມໂຍງ, ຍືນຍົງ ແລະວັດທະນາຖາວອນ

(VOVWORLD) -ກອງປະຊຸມສຸດຍອດບັນດາປະເທດຢູ່ອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ (GMS) ຄັ້ງທີ 6 ແລະ ກອງປະຊຸມຂັ້ນສູງເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 10 ຈະດຳເນີນຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ  29 – 31 ມີນາ
ຊຸກຍູ້ການເຊື່ອມຕໍ່ເສດຖະກິດ GMS: ເຊື່ອມໂຍງ, ຍືນຍົງ ແລະວັດທະນາຖາວອນ  - ảnh 1 ເສັ້ນທາງຄວາມໄວສູງຮ່າໂນ້ຍ - ລາວກາຍ ຫວຽດນາມ (ພາບ: ADB)

ໃນຂອບເຂດກອງປະຊຸມສຸດຍອດ GMS ຄັ້ງທີ 6, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສົມທົບກັບກະຊວງການຕ່າງປະເທດ ແລະ ສະພາວິສາຫະກິດ GMS ຈະຈັດຕັ້ງກອງປະຊຸມສຸດຍອດ ວິສາຫະກິດ GMS ໃນວັນທີ 30 ມີນາ 2018 ນີ້.

        ກອງປະຊຸມສຸດຍອດ GMS ແມ່ນຂໍ້ລິເລີ່ມຄັ້ງທຳອິດ ໂດຍຫວຽດນາມເປັນເຈົ້າພາບຈັດຕັ້ງໃນຂອບເຂດ GMS, ຄາດວ່າຈະດຶງດູດຜູ້ແທນທັງພາຍໃນ ແລະ ຕ່າງປະເທດ 1000 ກວ່າຄົນ ເຂົ້າຮ່ວມ. ທ່ານນາງ ເຈີນບ໋າວຫງອັກ, ຮອງຫົວໜ້າກົມສັງລວມເສດຖະກິດ, ຫົວໜ້າອະນຸກຳມະການເນື້ອໃນຂອງ ກອງປະຊຸມສຸດຍອດ GMS6, ໃຫ້ຮູ້ວ່າ:

        “ຈຸດປະສົງຕົ້ນຕໍຂອງກອງປະຊຸມຄັ້ງນີ້ແມ່ນສ້າງເງື່ອນໄຂ, ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດໄດ້ພົບປະແລກປ່ຽນ, ເຊື່ອມຕໍ່ກັນ. ດັ່ງນັ້ນ, ໃນຂອບເຂດຂອງກອງປະຊຸມ, ນອກຈາກກອງປະຊຸມສຳມະນາ, ບັນດາການປຶກສາຫາລື ຫົວເລື່ອງສະເພາະແລ້ວ ພວກຂ້າພະເຈົ້າຍັງໄດ້ຊັບຊ້ອນພື້ນທີ່ ເພື່ອໃຫ້ບັນດາວິສາຫະກິດສາມາດພົບປະແລກປ່ຽນນຳກັນ. ພວກຂ້າພະເຈົ້າຈັດຕັ້ງ 03 ຫົວເລື່ອງສະເພາະ ສຸມໃສ່ບັນດາຂົງເຂດພັດທະນາຄື ພື້ນຖານໂຄງລ່າງ, ກະສິກຳ ແລະ ການຄ້າ. ຫວັງວ່າ ດ້ວຍບັນດາເນື້ອໃນປຶກສາຫາລືດັ່ງກ່າວ ບັນດາວິສາຫະກິດຈະຊຸກຍູ້ການສົນທະນາລະຫວ່າງພາກເອກະຊົນ ກັບ ພາກລັດ ກໍຄືສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດພາຍໃນ ແລະ ນອກພາກພື້ນໄດ້ມີໂອກາດເຊື່ອມຕໍ່ເຊິ່ງກັນ ແລະ ກັນ”.

        ຄາດວ່າ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ໄທ, ລາວ, ກຳປູເຈຍ ແລະ ການນຳຂັ້ນສູງຂອງຈີນ, ມຽນມາ, ການນຳຂອງບັນດາອົງການສາກົນ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ. ນອກນັ້ນ, ຍັງມີຮ້ອຍວິສາຫະກິດມາຈາກບັນດາປະເທດ GMS ກໍຄືການເຂົ້າຮ່ວມຂອງບັນດາກຸ່ມບໍລິສັດ, ບໍລິສັດສາກົນທີ່ມີຄວາມສົນໃຈເຖິງການຮ່ວມມືກັບບັນດາປະເທດໃນພາກພື້ນຈະໄດ້ເຂົ້າຮ່ວມກອງປະຊຸມນີ້.


ຕອບກັບ

ຂ່າວ/ບົດ​ອື່ນ