ຊຸກຍູ້ການເຊື່ອມໂຍງເຂົ້າກັບພາກພື້ນຜ່ານACMECS7,CLMV 8 ແລະ WEF - Mekong

ຊຸກຍູ້ການເຊື່ອມໂຍງເຂົ້າກັບພາກພື້ນຜ່ານACMECS7,CLMV 8 ແລະ WEF - Mekong - ảnh 1
ບັນ​ດາ​ຫົວໜ້າ​ຄະ​ນະ​ເຂົ້່​າ​ຮ່ວມກອງ​ປະ​ຊຸມCLMV ຢູ່​ລາວ​ໃນ​ເດືອນ 8/2016
(ພາບ​ປະ​ກອບ​ຈາກ TTXVN)

(vovworld) – ຕອ​ນ​ເຊົ້າ​ວັນ​ທີ 19/10, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ເປັນ​ປະ​ທານ​ຈັດ​ຕັ້ງ​ການ​ປະ​ຊຸມ​ຂ່າວ​ສາ​ກົນ​ກ່ອນ​ທີ່​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້ນ​ສູງ​ບັນ​ດາ​ປະ​ເທດ ກຳ​ປູ​ເຈຍ, ລາວ, ມຽນ​ມາ ແລະ ຫວຽດ​ນາມ ຄັ້ງ​ທີ 8 (CLMV 8), ກອງ​ປະ​ຊຸມ​ຂັ້ນ​ສູງ​ຍຸດ​ທະ​ສາດ​ຮ່ວມ​ມື​ເສດ​ຖະ​ກິດ​ແມ່​ນ້ຳ 3 ສາຍ ອາ​ເຢ​ຢາ​ວາ​ດີ, ເຈົ້າ​ພະ​ຍາ, ແມ່​ຂອງ ຄັ້ງ​ທີ 7 (ACMECS7) ແລະ ກອງ​ປະ​ຊຸມ​ຂອງ​ເວ​ທີ​ປ​າ​ໄສ​ເສດ​ຖະ​ກິດ​ໂລກ​ກ່ຽວ​ກັບ​ພາກ​ພື້ນ​ແມ່​ນ້ຳ​ຂອງ (WEF – Mekong). ຄາດ​ວ່າ, ບັນ​ດາ​ກອງ​ປະ​ຊຸມນີ້​ຈະ​ຈັດ​ຕັ້ງ​ແຕ່​ວັນ​ທີ 24 – 26/10, ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ກະ​ລາ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຢູ່​ພາກ​ພື້ນ​ແມ່ນ​້ຳ​ຂອງ ຊຸກ​ຍູ້​ການ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ​ໃຫ້​ພັດ​ທະ​ນາ​ແບບ​ຍືນ​ຍົງ. ເມື່ອ​ເວົ້າ​ເຖິງ​ບົດ​ບາດ​ຂອງ ຫວຽດ​ນາມ ສຳ​ລັບ​ບັນ​ດາ​ກອງ​ປະ​ຊຸມນີ້, ທ່ານ ດັ້ງ​ດິ່ງ​ກູ໋ຍ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຢັ້ງ​ຢືນ​ວ່າ:

        “​ໂດຍແມ່ນ​ສະ​ມາ​ຊິກ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ, ຫວຽດ​ນາມ ໄດ້ ແລະ ພວມ​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ການ​ຮ່ວມ​ມື CLMV ແລະ ACMECS, ເປັນ​ເຈົ້າ​ການ​ຍົກ​ອອກ​ບັນ​ດາ​ຂໍ້​ລິ​ເລີ່ມ ຮ່ວມ​ມື​ເພື່ອ​ແນ​ໃສ່​​ເຮັດ​ໃຫ້​ການ​ຮ່ວມ​ມື  CLMV ແລະ ACMECS  ​ມີປະ​ສິດ​ທິ​ຜົນ ແລະ ແທ​ດ​ຈິງ​ກ່​ວາ​ອີກ. ກໍ່​ເນື່ອງ​ໃນ​ໂອ​ກາດນີ້, ຕາມ​ຂໍ້​ລິ​ເລີ່ມ​ຂອງ ຫວຽດ​ນາມ, ​ເປັນ​ຄັ້ງ​ທຳ​ອິດ WEF Mekong ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ກົງ​ກັບ​ໂອ​ກາດ​ຈັດ​ CLMV 8 ແລະ ACMECS 7 ເພື່ອ​ແນ​ໃສ່ໂຄ​ສະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ພາກ​ພື້ນ​ແມ່​ຂອງ​ເຖິງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ສາ​ກົນ.”


ຂ່າວ/ບົດ​ອື່ນ