ຊຸກຍູ້ການແບ່ງປັນບົດຮຽນສາກົນກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫຼວງລະຫວ່າງ OECD ແລະ ຫວຽດນາມ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ສະເໜີໃຫ້ OECD ຈົ່ງສືບຕໍ່ປຶກສາຫາລືກັບອົງການກວດກາລັດຖະບານຫວຽດນາມ ເພື່ອສ້າງເນື້ອໃນໜູນຊ່ວຍໃຫ້ເໝາະສົມ

ຊຸກຍູ້ການແບ່ງປັນບົດຮຽນສາກົນກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫຼວງລະຫວ່າງ OECD ແລະ ຫວຽດນາມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ໃຫ້ການຕ້ອນຮັບທ່ານ Jeffrey Schlagenhauf

(ພາບ: TTXVN)

ຕອນເຊົ້າວັນທີ 06 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ໄດ້ໃຫ້ການຕ້ອນຮັບທ່ານ Jeffrey Schlagenhauf, ຮອງເລຂານຸການໃຫຍ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ເນື່ອງໃນໂອກາດທ່ານມາຫວຽດນາມ ເຂົ້າຮ່ວມກອງປະຊຸມພາກພື້ນຄັ້ງທີ 10 ຂອງຂໍ້ລິເລີ່ມຕ້ານການສໍ້ລາດບັງຫຼວງພາກພື້ນອາຊີ - ປາຊີຟິກ.

        ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ສະເໜີໃຫ້ OECD ຈົ່ງສືບຕໍ່ປຶກສາຫາລືກັບອົງການກວດກາລັດຖະບານຫວຽດນາມ ເພື່ອສ້າງເນື້ອໃນໜູນຊ່ວຍໃຫ້ເໝາະສົມ, ສຸມໃສ່ການສ້າງລະບອບລະບຽບການໃຫ້ສົມບູນແບບ, ນະໂຍບາຍ ແລະ ສ້າງກຳລັງຄວາມສາມາດປະຕິບັດກົດໝາຍ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ກໍ່ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ໂດຍສືບທອດໝາກຜົນທີ່ບັນລຸໄດ້, ລັດຖະບານຫວຽດນາມ ຈະມອບໃຫ້ອົງການກວດກາລັດຖະບານ ສືບຕໍ່ຕັ້ງໜ້າເຂົ້າຮ່ວມ, ພິເສດແມ່ນຊຸກຍູ້ການແບ່ງປັນບົດຮຽນ, ພຶດຕິກຳຕົວຈິງສາກົນທີ່ດີກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ; ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນບັນດາຂົງເຂດສຳຄັນລະຫວ່າງປະເທດ, ເຂດແຂ້ວນສະມາຊິກຂໍ້ລິເລີມ…

ຕອບກັບ

ຂ່າວ/ບົດ​ອື່ນ