ຊຸກຍູ້ການແລກປ່ຽນການຄ້າຜະລິດຕະພັນກະເສດລະຫວ່າງ ຫວຽດນາມ - ຈີນ

(VOVWORLD) -ຕາມຄະນະຄຸ້ມຄອງດ່ານຊາຍແດນແຂວງ ລາວກາຍ ແລ້ວ, ໃນເດືອນ ມັງກອນ, ຍອດມູນຄ່າສົ່ງອອກຜ່ານດ່ານຊາຍແດນ ລາວກາຍ ບັນລຸເກືອບ 82 ລ້ານ USD.

        ຕອນເຊົ້າວັນທີ 10 ກຸມພາ, ຢູ່ ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຈັດເວທີປາໄສເຊື່ອມຕໍ່ຜະລິດຕະພັນກະເສດທາງໄກ “ຊຸກຍູ້ການແລກປ່ຽນການຄ້າຜະລິດຕະພັນກະເສດ, ທັນຍາຫານລະຫວ່າງ ຫວຽດນາມ ແລະ ແຂວງ ຢຸນໜານ (ຈີນ)”. ເວທີປາໄສເພື່ອແນໃສ່ຕີລາຄາສັງລວມກ່ຽວກັບການຄ້າ, ການສົ່ງອອກ-ນຳເຂົ້າຜະລິດຕະພັນພືດ ແລະ ທັນຍາຫານມີຕົ້ນກຳເນີດຈາກພືດລະຫວ່າງ ຫວຽດນາມ ແລະ ຈີນ ເວົ້າລວມ ແລະ ລະຫວ່າງ ຫວຽດນາມ ແລະ ແຂວງ ຢຸນໜານ (ຈີນ) ເວົ້າສະເພາະ. ພ້ອມທັງຍົກອອກມາດຕະການຊຸກຍູ້ດ້ານການຄ້າ ກໍຄືຄວາມຕ້ອງການແລກປ່ຽນການຄ້າ, ສົ່ງອອກ-ນຳເຂົ້າຜັກ, ໝາກໄມ້, ຜະລິດຕະພັນກະເສດ, ທັນຍາຫານລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

        ຕາມຄະນະຄຸ້ມຄອງດ່ານຊາຍແດນແຂວງ ລາວກາຍ ແລ້ວ, ໃນເດືອນ ມັງກອນ, ຍອດມູນຄ່າສົ່ງອອກຜ່ານດ່ານຊາຍແດນ ລາວກາຍ ບັນລຸເກືອບ 82 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ