ຊຸກຍູ້ການໂຄ​ສະ​ນາເຜີຍແຜ່ກ່ຽວກັບຄວາມສະເໝີພາບຍິງ-ຊາຍໃນຂົງເຂດການເມືອງ

ຊຸກຍູ້ການໂຄ​ສະ​ນາເຜີຍແຜ່ກ່ຽວກັບຄວາມສະເໝີພາບຍິງ-ຊາຍໃນຂົງເຂດການເມືອງ - ảnh 1
ບັນ​ດາ ສ.ສ.ຊ ຍິງ​ແລກ​ປ່ຽນ​ໃນ​ເວ​ລາ​ພັກ​ຜ່ອນ  (ພາບ : TTXVN)


(vovworld)- ວັນ​ທີ 23/3, ຢູ່​ຮ່​າ​ໂນ້ຍ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາຊຸກ​ຍູ້​ການ​ໂຄ​ສະ​ນາ​ເຜີບ​ແຜ່​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ​ໃນ​ຂົງ​ເຂດ​ການ​ເມືອງ. ບັນ​ດາ​ຄຳ​ຄິດ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ ໄດ້​ເລັ່ງ​ໃສ່​ໄຈ້​ແຍກ​ສະ​ພາບ​ການ​ຜູ້​ແທນ​ຍິງ​ເຂົ້າ​ຮ່ວມ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ໂດຍ​ປະ​ຊາ​ຊົນ​ເລືອກ​ຕັ້ງ, ພະ​ນັກ​ງານ​ຍິງ​ທີ່​ເຂົ້າ​ຮ່ວມ​ໃນ​ຄະ​ນະ​ພັກ​ຂັ້ນ​ຕ່າງໆ, ການ​ນຳ​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ລັດ ກໍ​ຄື​ວຽກ​ງານ​ວາງ​ແຜນ​ກຳ​ນົດ, ກໍ່​ສ້າງ​ແຫຼ່ງ​ພະ​ນັກ​ງານ​ຍິງ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ. ບັນ​ດາ​ນັກ​ສຳ​ມະ​ນາ​ກອນ​ໄດ້​ສະ​ເໜີ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ຄວນ​ເພີ່ມ​ທະ​ວີ​ການ​ຊີ້​ນຳນຳ​ພາຂອງ​ຄະ​ນະ​ພັກ​, ອົງ​ການ​ຈັດ​ຕັ້ງ​ພັກຂັ້ນ​ຕ່າງໆທີ່​ມີ​ຕໍ່​ວຽກ​ງານ​ແມ່​ຍິງ, ວຽກ​ງານ​ພະ​ນັກ​ງານ​ຍິງ ແລະ ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ; ສືບ​ຕໍ່​ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ​ຍົກ​ສູງ​ຄວາມ​ຮັບ​ຮູ້, ປ່ຽນ​ແປງ​ການ​ກະ​ທຳ​​ກ່ຽວ​ກັບຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍເວົ້າ​ລວມ ແລະ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ​ໃນ​ຂົງ​ເຂດ​ການ​ເມືອງ​ເວົ້າ​ສະ​ເພາະ.

ຂ່າວ/ບົດ​ອື່ນ