ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຍົກສູງວຽກງານເບິ່ງ ແຍງດູແລສຸຂະພາບໃຫ້ແກ່ຊາວຊົນເຜົ່າ

ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຍົກສູງວຽກງານເບິ່ງ ແຍງດູແລສຸຂະພາບໃຫ້ແກ່ຊາວຊົນເຜົ່າ - ảnh 1
ພາບປະກອບ

(vovworld) –  “ສ້າງ​ແຜນການ​ພັດທະນາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເພດ” ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ກະຊວງ​ສາທາລະນະ​ສຸກ​ສົມທົບ​ກັບ​ທະນາຄານ​ພັດທະນາອາຊີ (ADB) ຈັດ​ຕັ້ງຂຶ້ນ​ເມື່ອວັນ​ທີ 6/6 ຢູ່​ນະຄອນ ດ່າ​ໜັງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວນອນໃນໂຄງການໜູນຊ່ວຍການແພດຢູ່ເຂດແຄມທະເລຕອນ​ໃຕ້​ຂອງພາກກາງ ໂດຍກະຊວງສາທາລະນະສຸກ ແລະ ທະນາຄານພັດທະນາ ອາຊີ ຜັນຂະຫຍາຍ. ກອງປະຊຸມສຳມະນາເພື່ອແນໃສ່ສະໜອງບັນດາຄວາມຮູ້ລວມ, ບັນດານະໂຍບາຍກົດໝາຍຂອງພັກ ແລະ ລັດ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ບັນຫາເບິ່ງແຍງດູແລສຸຂະພາບໃຫ້ແກ່ຊາວຊົນເຜົ່າສ່ວນໜ້ອຍ, ແນະນຳການປະຕິບັດບັນດາຄວາມຮຽກຮ້ອງຕິດຕາມກວດກາ ແລະ ວິທີສ້າງແຜນການຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງຊາຍ ແລະ ເບິ່ງແຍງດູແລສຸຂະພາບ​ໃຫ້​ຊາວຊົນເຜົ່າສ່ວນໜ້ອຍຢູ່ບັນດາທ້ອງຖິ່ນດັ່ງກ່າວ.

        ແຕ່ປີ 2009, ໂຄງການໜູນຊ່ວຍການແພດຕອນ​ໃຕ້ພາກກາງ, ດ້ວຍຍອດທຶນ 80 ລ້ານ USD, ​ໄດ້​ປະຕິບັດ​ການ​ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ ​ແລະ ສະໜອງ​ອຸປະກອນ​ເຕັກນິກການ​ແພດ​ໃຫ້​ແກ່​ຮາກ​ຖານ​ສາທາລະນະ​ສຸກ ເກືອບ 70 ​ແຫ່ງ​ຢູ່ 8 ​ແຂ​ວງ, ນະຄອນ​​ໃນຕອນ​​ໃຕ້​ຂອງ​ພາກ​ກາງ, ບຳລຸງ​ສ້າງ​ພະນັກງານ​ການ​ເພ​ດນັບ​ຮ້ອຍ​ຄົນ, ພິ​ເສດ​ແມ່ນ​ຖັນ​ແຖວ​ພະນັກງານ​ການ​ແພດ​ຂັ້ນ​ບ້ານ ​ເພື່ອ​ປະຕິບັດ​ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາຍ​ໃນ​ເບື້ອງ​ຕົ້ນ​ໃຫ້​ແກ່​ປະຊາຊົນ, ພ້ອມ​ທັງ​ຍົກ​ສູງ​ຄຸນ​ນະພາ​ບບັນດາ​ການ​ບໍລິການ​ການ​​ແພດ​ຢູ່​​ເຂດ​ພູ​ດອຍ.

 

 

ຂ່າວ/ບົດ​ອື່ນ