ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ

(VOVWORLD) -ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາກົດໝາຍສຳຄັນຫຼາຍສະບັບ, ຄື: ກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ - ຊາຍ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ຜູ້ແທນສະພາປະຊາຊົນ… ເພື່ອປົກປ້ອງ ແລະ ຊຸກຍູ້ການມອບສິດໃຫ້ແກ່ແມ່ຍິງ
ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ - ảnh 1(ທ່ານເລຂາທິການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸຍວັນເກືອງ)

        ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ. ນີ້ແມ່ນຄຳຢືນຢັນຂອງທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ຫວຽດນາມ ບຸຍວັນເກືອງ, ໃນວັນທີ 13 ມີນາ, ໃນບົດກ່າວປາໄສດ້ວຍຫົວຂໍ້ “ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໃນບັນດາລັດຖະສະພາ” ທີ່ວາລະໂອ້ລົມປຶກສາຫາລືຄົບຄະນະຂອງກອງປະຊຸມສະຫະສະມາຄົມເລຂາທິການໃຫຍ່ລັດຖະສະພາສາກົນ (ASGP), ເຊິ່ງຈັດຂຶ້ນຢູ່ ມານາມາ, ບາເຣັນ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ບຸຍວັນເກືອງ ເນັ້ນໜັກເຖິງເລື່ອງຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ໄດ້ກຳນົດໃນລັດຖະທຳມະນູນ, ກົດໝາຍ ແລະ ຮັບປະກັນປະຕິບັດໃນຕົວຈິງຢູ່ ຫວຽດນາມ. ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາກົດໝາຍສຳຄັນຫຼາຍສະບັບ, ຄື: ກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ - ຊາຍ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ຜູ້ແທນສະພາປະຊາຊົນ… ເພື່ອປົກປ້ອງ ແລະ ຊຸກຍູ້ການມອບສິດໃຫ້ແກ່ແມ່ຍິງ, ສົ່ງເສີມແມ່ຍິງເຂົ້າຮ່ວມບັນດາການເຄື່ອນໄຫວເສດຖະກິດ, ການເມືອງ, ສັງຄົມ.

ທ່ານເລຂາທິການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸຍວັນເກືອງ ສະເໜີ 3 ມາດຕະການແກ້ໄຂ ເພື່ອຊຸກຍູ້ບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍໃນບັນດາລັດຖະສະພາຂອງກອງປະຊຸມສະມັດຊາໃຫຍ່ລັດຖະສະພາສາກົນ (IPU). ໃນນັ້ນ, ສະເໜີໃຫ້ IPU ຮັບຮອງເອົາມະຕິ, ລາຍງານ ຫຼື ອອກຖະແຫຼງການກ່ຽວກັບບັນຫາຄວາມສະເໝີພາບລະຫວ່າງຍິງ - ຊາຍໃນບັນດາລັດຖະສະພາ; ຊຸກຍູ້ການຮ່ວມມືລະຫວ່າງລັດຖະສະພາ ແລະ ລະຫວ່າງລັດຖະສະພາບັນດາປະເທດສະມາຊິກກັບບັນດາອົງການຈັດຕັ້ງຂອງສະຫະປະຊາຊາດ ແລະ ບັນດາເວທີປາໄສສາກົນກ່ຽວກັບແມ່ຍິງ; ເພີ່ມທະວີຮູບແບບຝຶກອົບຮົມ, ບຳລຸງທັກສະໃຫ້ແກ່ບັນດາສະມາຊິກສະພາແຫ່ງຊາດຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ