ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍຜ່ານ ICTs ໃນກຸ່ມອາຊຽນ

(VOVWORLD) -ເພີ່ມສິດອຳນາດໃຫ້ແກ່ແມ່ຍິງໃນອາຊຽນ ຈະມີກາລະໂອກາດຫຼາຍຢ່າງເພື່ອສືບຕໍ່ຄວາມມານະພະຍາຍາມຮ່ວມກັນ, ປະກອບສ່ວນເຂົ້າໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດຢູ່ພາກພື້ນ.

ກອງປະຊຸມຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ເພີ່ມທະວີສິດອຳນາດຂອງແມ່ຍິງ ຜ່ານເຕັກໂນໂລຊີຂໍ້ມູນຂ່າວສານ (ICTs) ມຸ່ງໄປເຖິງການປະຕິບັດໂຄງການດຳເນີນງານ 2030 ຂອງສະຫະປະຊາຊາດກ່ຽວກັບການພັດທະນາແບບຍືນຍົງ ໂດຍກົມອາຊຽນ, ກະຊວງການຕ່າງປະເທດຫວຽດນາມ ຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 07 ພະຈິກ, ຢູ່ນະຄອນໂຮ່ຈີມິນ. ກອງປະຊຸມຈະດຳເນີນໃນລະຫວ່າງວັນທີ 07 – 08 ພະຈິກ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານສາດສະດາຈານ, ປະລິນຍາເອກ Amara Pongsapich, ປະທານຄະນະກຳມະການລະຫວ່າງລັດຖະບານອາຊຽນ ກ່ຽວກັບສິດທິມະນຸດ 2019 ຕີລາສູງຄວາມໝາຍ ແລະ ຄວາມສຳຄັນຂອງກອງປະຊຸມສຳມະນາ, ຖືວ່າ ໃນສະພາບການປະຕິວັດອຸດສາຫະກຳ 4.0 ພວມດຳເນີນໄປຢ່າງວ່ອງໄວນັ້ນ, ເລື່ອງຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ເພີ່ມສິດອຳນາດໃຫ້ແກ່ແມ່ຍິງໃນອາຊຽນ ຈະມີກາລະໂອກາດຫຼາຍຢ່າງເພື່ອສືບຕໍ່ຄວາມມານະພະຍາຍາມຮ່ວມກັນ, ປະກອບສ່ວນເຂົ້າໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ