ຊຸກ​ຍູ້​ຈິດ​ໃຈ​ປະ​ດິດ​ຄິດ​ສ້າງ, ເລີ່ມ​ຕົ້ນ​ທຸ​ລະ​ກິດ​ໃນ​ໝ​ູ່​ນັກ​ຮຽນ​, ນັກ​ສຶກ​ສາ ແລະ ຄູ​ອາ​ຈານ

(VOVWORLD) -ວັນທີ 23 ສິງຫາ, ສູນກາງຄະນະຊາວໜຸ່ມຄອມມູນິດໂຮ່ຈີມິນ ໄດ້ຈັດກອງປະຊຸມທາງອອນລາຍພະນັກງານຊາວໜຸ່ມທົ່ວປະເທດ ສົກຮຽນ 2019 – 2020. 
ຊຸກ​ຍູ້​ຈິດ​ໃຈ​ປະ​ດິດ​ຄິດ​ສ້າງ, ເລີ່ມ​ຕົ້ນ​ທຸ​ລະ​ກິດ​ໃນ​ໝ​ູ່​ນັກ​ຮຽນ​, ນັກ​ສຶກ​ສາ ແລະ ຄູ​ອາ​ຈານ - ảnh 1ກອງປະຊຸມທາງອອນລາຍພະນັກງານຊາວໜຸ່ມທົ່ວປະເທດ ສົກຮຽນ 2019 – 2020 (ພາບ: doanthanhnien.vn)

ກອງປະຊຸມໄດ້ກຳນົດບັນດາໜ້າທີ່ຈຸດສຸມໃນວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມໃນໂຮງຮຽນ ໃນສົກຮຽນ 2020 – 2021. ໃນນັ້ນ, ສຸມໃສ່ປະຕິບັດວຽກງານໂຄສະນາ, ສຶກສາ, ອົບຮົມການເມືອງແນວຄິດ, ຄຸນສົມບັດ, ວິຖີຊີວິດວັດທະນະທຳໃຫ້ແກ່ສະມາຊິກຊາວໜຸ່ມ, ຊາວໜຸ່ມໃນໂຮງຮຽນ; ຈັດຕັ້ງປະຕິບັດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມຄອມມູນິດໂຮ່ຈີມິນ, ບັນດາການເຄື່ອນໄຫວແຂ່ງຂັນສ້າງຜົນງານຄ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆ ເພື່ອກ້າວໄປສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ໂດຍຜ່ານບັນດາກິດຈະກຳ, ວຽກງານຊາວໜຸ່ມຢ່າງລະອຽດ ແລະ ແທດຈິງ. 

ຕອບກັບ

ຂ່າວ/ບົດ​ອື່ນ