ຊຸກຍູ້ນ້ຳໃຈມິດຕະພາບ,ການພົວພັນຮ່ວມມືຮອບດ້ານຫວຽດນາມ-ຍີ່ປຸ່ນ

ຊຸກຍູ້ນ້ຳໃຈມິດຕະພາບ,ການພົວພັນຮ່ວມມືຮອບດ້ານຫວຽດນາມ-ຍີ່ປຸ່ນ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​​ຕ້ອນຮັບ
ທ່ານ​ຮອງ​ປະທານ​ສະພາ​ສູງ ຍີ່ປຸ່ນ Koshiishi Azuma
(ພາບ: TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 15/12, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ສະມາຊິກ​ສະພາ​ສູງ ຍີ່ປຸ່ນ ​ໂດຍ​ທ່ານ​ຮອງ​ປະທານ​ສະພາ​ສູງ ຍີ່ປຸ່ນ Koshiishi Azuma ນຳ​ໜ້າ, ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ: ພັກ, ລັດ ​ແລະ ສະພາ​ແຫ່ງ​ຊາດ ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາ​ດຂອງ​ຕົນ ​ເພື່ອ​ຊຸກຍູ້​ນ້ຳ​ໃຈ​ມິດຕະພາບ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ລັດ ​ແລະ ປະຊາ​ຊົນ 2 ປະ​ເທດ ຫວຽດນາມ - ຍີ່ປຸ່ນ ​ໃຫ້ນັບ​ມື້​ນັບ​ພັດທະນາ​ແຂງ​ແຮງ​ໃນ​ອະນາຄົດ, ຕອບ​ສະໜອງຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ແຕ່ລະ​ຝ່າຍ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ປາດ​ຖະໜາ​ວ່າ: ສະພາ​ແຫ່ງ​ຊາດ 2 ປະ​ເທດ​ສືບ​ຕໍ່​ຮັກສາ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ສືບ​ຕໍ່​ສະໜັບສະໜູນ​ທັດສະນະ​ຂອງ​ກັນ​ຢູ່​ບັນດາ​ເວທີ​ປາ​ໄສນິຕິບັນຍັດ​ໃນ​ພາກ​ພື້ນ ​ແລະ ​ໂລກ ​ເພື່ອ​ສັນ​ຕິ​ພາບ ​ແລະ ຄວາມວັດທະນາ​ຖາວອນ​ໃຫ້ມວນ​ມະນຸດ.

        ສ່ວນ​ທ່ານ​ຮອງ​ປະທານ Koshiishi Azuma ປາດ​ຖະໜາ​ວ່າ: 2 ສະພາ​ແຫ່ງ​ຊາດ 2 ປະ​ເທດ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນທຸກ​ຂັ້ນ, ທຸກ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ ​ແລະ ສະມາ​ຊິກ​ສະພາ​ແຫ່ງ​ຊາດ ​ເພື່ອ​ແບ່ງປັນ​ບົດຮຽນ​ໃນ​ວຽກ​ງານ​ສ້າງ​ກົດໝາຍ; ຍູ້​ແຮງ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ພິ​ເສດ​ແມ່ນ​ບັນດາ​ລຸ່ນໜຸ່ມ. ທ່ານ Koshiishi Azuma ຢືນຢັນ​ວ່າ: ຈະ​ມານະ​ພະຍາຍາມຢ່າງ​ບໍ່​ຢຸດ​ຢັ້ງ​ ​ເພື່ອສະໜັບສະໜູນ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ຍີ່​ປຸ່ນ ​ໃຫ້ນັບ​ມື້​ນັບ​ພັດທະນາຢ່າງ​ແຂງ​ແຮງ, ບັນລຸ​ໄດ້​ບັນດາ​ຜົນງານ​ໃໝ່​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ